ມຸງກຸດ Miss World Laos 2021 ລົງຫົວ ພອນວິໄລ ຫຼວງລາດ ຢ່າງເປັນທາງການແລ້ວ ຫຼັງຈາກ ສຸພາວະດີ ພົງສະຫວັນ ສະຫຼະຕຳແໜ່ງ ແລະ ຜູ້ກ່ຽວຖືກກອງປະກວດແຕ່ງຕັ້ງໃຫ້ມາຮັບໜ້າທີ່ແທນ.

ການປະກາດແຕ່ງຕັ້ງມີຂຶ້ນໃນຕອນແລງຂອງມື້ນີ້ (6 ເມສາ 2021) ເຊິ່ງກ່ອນໜ້ານີ້ ພອນວິໄລ

ໄດ້ຮັບຕຳແໜ່ງເປັນຮອງອັນດັບ 1 ຈາກການປະກວດຮອບຕັດສິນເມື່ອວັນທີ 31 ມີນາ 2021.

ພອນວິໄລ ເຂົ້າປະກວດ Miss World Laos 2021 ດ້ວຍໝາຍເລກ W11

ປັດຈຸບັນຜູ້ກ່ຽວມີອາຍຸ 24 ປີ ແລະ ພາຍໃນປີນີ້ເຮົາຈະໄດ້ເຫັນສາວຄົນນີ້ເປັນຕົວແທນຂອງປະເທດລາວໄປປະກວດໃນເວທີ Miss World 2021 ຢ່າງແນ່ນອນ.
