ຊາຍໜຸ່ມແຈ້ງຄວາມເອົາຜິດ ແຟນສາວໜີບໍ່ຊ່ວຍຈ່າຍຄ່າອາຫານ 6000ບາດ

spot_img

ຊາຍໜຸ່ມແຈ້ງຄວາມເອົາຜິດ ແຟນສາວໜີບໍ່ຊ່ວຍຈ່າຍຄ່າອາຫານ 6000ບາດ

ເວັບໄຊ້ຕ່າງປະເທດ ລາຍງານກ່ຽວກັບບັນຫາຂັດແຍ້ງໃນສື່ສັງຄົມຂອງຣັດເຊຍ ເມື່ອຊາຍໜຸ່ມອາຍຸ 28ປີ ເຂົ້າແຈ້ງຄວາມກັບທາງເຈົ້າໜ້າທີ່ຕຳຫຼວດເອົາຜິດແຟນສາວຂອງຕົນເອງທີ່ເປັນຄູ່ອອກເດດ ເຫດຜົນຍ້ອນແຟນສາວບໍ່ຍອມແບ່ງກັນຈ່າຍຄ່າອາຫານ 6000ບາດ ດ້ານແຟນສາວບອກວ່າຝ່າຍຊາຍເປັນຄົນສັ່ງອາຫານສ່ວນໃຫຍ່

ຕາມລາຍງານຂອງສື່ທ້ອງຖິ່ນລະບຸວ່າ ຊາຍຄົນນີ້ເຜີຍກັບເຈົ້າໜ້າທີ່ວ່າ ເມື່ອບໍ່ດົນມານີ້ເຂົາຮູ້ຈັກຍິງສາວຄົນນີ້ຜ່ານທາງອອນລາຍ ແລະ ຫຼັງຈາກທຳຄວາມຮູ້ຈັກກັນບໍ່ດົນ ທັງ2ຄົນຈຶ່ງຕັດສິນໃຈອອກເດດຢູ່ທີ່ຄາເຟ່ຍ່ານມິຣາ ໃນເມືອງມອສໂກ ທຸກຢ່າງເປັນໄປໄດ້ດີ ຈົນຮອດຕອນຮ້ອງພະນັກງານມາເຊັກບິນຄ່າອາຫານ ໂດຍຝ່າຍຊາຍສະເໜີວ່າໃຫ້ແບ່ວກັນຈ່າຍເທົ່າໆກັນ

ແຕ່ວ່າຝ່າຍຍິງບໍ່ຍອມ ພ້ອມທັງອ້າງເຫດຜົນວ່າຝ່າຍຊາຍເປັນຄົນສັ່ງອາຫານຊະສ່ວນໃຫຍ່ ດັ່ງນັ້ນເຂົາຄວນທີ່ຈະເປັນຄົນຈ່າຍຈຶ່ງຈະຖືກຕ້ອງ ກ່ອນທີ່ທັງ2ຄົນຈະມີການຜິດຖຽງກັນ ຕໍ່ມາຝ່າຍຍິງຕັດສິນໃຈລຸກຂຶ້ນ ແລະ ຍ່າງໜີອອກຈາກຮ້ານໄປເລີຍ ເຮັດໃຫ້ຝ່າຍຊາຍຕ້ອງຈ່າຍຄ່າອາຫານຄົນດຽວລວມເປັນເງິນທັງໝົດປະມານ 6000ບາດ

spot_img
spot_img

You cannot copy content of this page