HomeTagsຂ່າວຕ່າງປະເທດ

ຂ່າວຕ່າງປະເທດ

ຍີ່ປຸ່ນຕົກໃຈມືປືນບຸກໂຮງໝໍ ຍິງໝໍ-ຄົນເຈັບແລ້ວຫຼົບໜີ.

ຍີ່ປຸ່ນຕົກໃຈມືປືນບຸກໂຮງໝໍ - ບີບີຊີ ລາຍງານວັນທີ່ 31 ຕຸລາເກີດເຫດຍິງທີ່ໂຮງໝໍໂທດະ ຊູໂອະ ໃນເມືອງໂທດະ ແຂວງຫວັດໄຊຕາມະ ທາງພາກກາງຂອງປະເທດຍີ່ປຸ່ນ ເມື່ອເວລາປະມານ 13.00 ນາທີ ຕາມເວລາທ້ອງຖິ່ນ. ເບື້ອງຕົ້ນມີຜູ້ໄດ້ຮັບບາດເຈັບ 2 ຄົນເປັນແພດໃນຊ່ວງອາຍຸ 40 ປີ ແລະ ຄົນເຈັບໃນຊ່ວງອາຍຸ 60 ປີ ສ່ວນຜູ້ກໍ່ເຫດຫຼົບໜີໄປໄດ້ ແລະ...

ພໍ່ຊາວມາເລເຊຍ ລືມລູກອາຍຸ 16ເດືອນ “ໄວ້ໃນລົດ” 4ຊົ່ວໂມງ ພໍແຕ່ຄິດໄດ້ຮີບມາເບິ່ງ-ກ່ອນຈະເສຍໃຈ.

ພໍ່ຊາວມາເລເຊຍລືມລູກອາຍຸ 16ເດືອນໄວ້ໃນລົດ Straits Times ລາຍງານເຫດການສະເທືອນໃຈ ແລະ ເປັນອຸທາຫອນໃນປະເທດມາເລເຊຍ ຫຼັງຈາກເດັກນ້ອຍເພດຍິງອາຍຸພຽງ 16ເດືອນ ເສຍຊີວິດເນື່ອງຈາກຜູ້ເປັນພໍ່ລືມລູກປະໄວ້ໃນລົດດົນຫຼາຍຊົ່ວໂມງ. ເຫດດັ່ງກ່າວເກີດຂຶ້ນທີ່ມະຫາວິທະຍາໄລລັດຖະບານໃນລັດ Terengganu ທາງພາກຕາເວັນອອກຂອງມາເລເຊຍ ເມື່ອວັນພຸດທີ່ 25 ຕຸລາ ໂດຍສື່ທ້ອງຖິ່ນລະບຸວ່າຊາຍຄົນນີ້ລືມໄປສົ່ງລູກຢູ່ສູນຮັບລ້ຽງເດັກນ້ອຍກ່ອນມາເຮັດວຽກທີ່ມະຫາວິທະຍາໄລໃນຊ່ວງຕອນເຊົ້າ ກວ່າຈະຄິດໄດ້ວ່າລືມລູກໄວ້ໃນລົດກໍຜ່ານໄປຈົນເກືອບຕອນ 4ໂມງແລງ ຈິ່ງຟ້າວແລ່ນໄປບົດ ແລະ ເຫັນລູກສາວນອນນິ່ງໝົດສະຕິໄປແລ້ວ. ເຈົ້າຫນ້າທີ່ Abdul Rahim MD...

ຜົວໄປເຮັດວຽກ ກ້ອງວົງຈອນຈັບພາບເມຍອອກຈາກເຮືອນກາງຄືນທຸກຄືນ ຄຳສາລະພາບເຮັດໃຫ້ຜົວເສຍໃຈ ແລະ ຮ້ອງໄຫ້ຫຼາຍ.

ເວັບໄຊ້ຕ່າງປະເທດລາຍງານເລື່ອງຂອງຊາຍຄົນ1 ອຍຸ 35 ປີ ອາໄສຢູ່ໃນແຂວງ Hubei ປະເທດຈີນ ລາວຕ້ອງເຮັດວຽກຕ່າງຖິ່ນເພື່ອຫາລ້ຽງຄອບຄົວເປັນເວລາ 4 ປີ ເນື່ອງຈາກພວກເຂົາມີອາຊີບເຮັດສວນລາຍໄດ້ບໍ່ພໍໃຊ້ ແຕ່ຢູ່ມາມື້ໜຶ່ງໄດ້ຮັບສາຍໂທລະສັບທີ່ບໍ່ຄາດຄິດຈາກແມ່ບອກວ່າມີເລື່ອງແປກໃຈ ເກີດຂຶ້ນກັບພັນລະຍາຂອງລາວ. ໂດຍແມ່ຂອງລາວບອກວ່າ ໃນໝູ່ບ້ານມີຂ່າວລືກ່ຽວກັບລູກໄພ້ ມັກອອກເຮືອນໄປຕອນດຶກ ຫຼັງຈາກຄິດຢູ່ດົນລາວກໍຕັດສິນໃຈໂທຫາລູກຊາຍໃນທີ່ສຸດ ຫຼັງຈາກນັ້ນໃນວັນທີ່ 15 ຕຸລາທີ່ຜ່ານມາ ລາວກໍຕັດສິນໃຈເດີນທາງກັບເມືອບ້ານ ເພື່ອຊອກຫາຄວາມຈິງວ່າເກີດຫຍັງຂຶ້ນ. ແນວໃດກໍຕາມ ຫຼັງຈາກປະເຊີນໜ້າກັບພັນລະຍາເພື່ອຕ້ອງການຮູ້ຄວາມຈິງກັບເລື່ອງທີ່ເກີດຂຶ້ນ ໃນທີ່ສຸດພັນລະຍາກໍໄດ້ສາລະພາບດ້ວຍຄວາມເສຍໃຈ ແລະ...

ລິບໃນສູນການຄ້າຂອງຈີນ ຕົກຈາກຊັ້ນ 4 ກະທົບກັບພື້ນ ເສຍຊີວິດ 3 ສົບ ບາດເຈັບອີກ 17 ຄົນ.

ລິບໃນສູນການຄ້າຂອງຈີນ ຕົກຈາກຊັ້ນ 4 ກະທົບກັບພື້ນ ເສຍຊີວິດ 3 ສົບ ບາດເຈັບອີກ 17 ຄົນ. ລິບໃນສູນການຄ້າຂອງຈີນ ຕົກ - ວັນທີ່ 20 ຕຸລາ China Daily ແລະ Straits Times ລາຍງານເຫດການສະເທືອນໃຈໃນປະເທດຈີນ ຫຼັງຈາກ ລິບໂດຍສານທີ່ສູນການຄ້າແຫ່ງໜຶ່ງໃນເມືອງຟູເຊັງແຂວງຢຸນນານ ທາງຕາເວັນອອກສ່ຽງໃຕ້. ເກີດຂັດຂ້ອງ...

ເຈົ້າຂອງຮ້ານໃຈຮ້າຍລູກຄ້າກິນບຸບເຟ້ 5 ຄົນສັ່ງຊີ້ນງົວ 600 ຈານ, ຄຸ້ມຄ່າຫຼາຍຈົນເອະໃຈເປີດກ້ອງເບິ່ງເຫັນລັກເອົາກັບເຮືອນ.

ເຈົ້າຂອງຮ້ານໃຈຮ້າຍລູກຄ້າກິນບຸບເຟ້ 5 ຄົນສັ່ງຊີ້ນງົວ 600 ຈານ, ຄຸ້ມຄ່າຫຼາຍຈົນເອະໃຈເປີດກ້ອງເບິ່ງເຫັນລັກເອົາກັບເຮືອນ. ເວັບໄຊ້ຕ່າງປະເທດ ເລື່ອງທີ່ກຳລັງດັງໃນໂລກອອນລາຍຂອງປະເທດມາເລເຊຍ ເມື່ອເຈົ້າຂອງຮ້ານອາຫານໄດ້ອອກມາໂພສປະຈານພຶດຕິກຳລູກຄ້າກຸ່ມໜຶ່ງທີ່ສັ່ງອາຫານບໍ່ຕໍ່າກວ່າ 600 ຈານຈົນທາງຮ້ານເອະໃຈ ເປີດພາບຈາກກ້ອງວົງຈອນປິດຈົນໄດ້ພົບວ່າລູກຄ້າກຸ່ມນີ້ໄດ້ລັກກຽມຖົງມາໃສ່ອາຫານກັບເຮືອນ ບໍ່ໜຳຊໍ້າຍັງສອນໃຫ້ລູກ ລົງມືເກັບດ້ວຍຕົນເອງ. ໂດຍເຫດການດັ່ງກ່າວຖືກເປີດໂປງໂດຍເຈົ້າຂອງຮ້ານບຸບເຟ່ແຫ່ງໜຶ່ງໃນ ເມືອງ Binluti, ລັດ Sarawak ປະເທດມາເລເຊຍຜ່ານທາງເຟສບຸກຂອງຮ້ານ ພ້ອມລະບຸຂໍ້ຄວາມວ່າ ຂໍໂທດເດີ ແຕ່ຂ້ອຍຢາກໃຫ້ສາທາລະນະຊົນໄດ້ຮູ້ເລື່ອງນີ້ ຂ້ອຍຮັບບໍ່ໄດ້ແທ້ໆ ທີ່ລູກຂອງພວກເຂົາຖືກພາໄປເພື່ອລັກເຄື່ອງ. ທາງຮ້ານໄດ້ເລົ່າເລື່ອງທີ່ເກີດຂຶ້ນວ່າ ເມື່ອນວັນທີ່...

ຊາຍເກັບຂີ້ເຫຍື້ອເອົາເງິນອອມຂອງຕົນເອງໃສ່ຊອງງານແຕ່ງຫຼານ ຖືກໄລ່ໃຫ້ໄປນັ່ງກິນຂອງເຫຼືອ.

ຊາຍເກັບຂີ້ເຫຍື້ອເອົາເງິນອອມຂອງຕົນເອງໃສ່ຊອງງານແຕ່ງຫຼານ ຖືກໄລ່ໃຫ້ໄປນັ່ງກິນຂອງເຫຼືອ. ເວັບໄຊ້ຕ່າງປະເທດ ລາຍງານເລື່ອງນ່າສະເທືອນໃຈໃນໂລກອອນລາຍຂອງຈີນ ທີ່ຖືກ້ຜີຍແຜ່ຜ່ານຄິບວີດີໂອສັ້ນໆ ແຕ່ເຮັດໃຫ້ນໍ້າຕາຊຶມ ໂດຍຕາລຸງຄົນໜຶ່ງໄດ້ເດີນທາງໄປຮ່ວມງານແຕ່ງຂອງຫຼານຊາຍ ໃສ່ຊອງງານແຕ່ງແບບຈັດເຕັມ ແຕ່ກັບຖືກຍາດພີ່ນ້ອງດູຖູກ ຖືກໄລ່ໃຫ້ແຍກໄປນັ່ງຢູ່ໂຕະອາຫານຕາມລຳພັງ ບໍໍ່ພຽງເທົ່ານັ້ນ ອາຫານທີ່ໃຫ້ລາວກິນຍັງເປັນອາຫານເຫຼືອຈາກແຂກໂຕະອື່ນ. ຕາມລາຍງານຂອງສື່ທ້ອງຖິ່ນ ເຜີຍວ່າ ຊາຍຄົນນີ້ຫາລ້ຽງຊີບດ້ວຍການເກັບຂີ້ເຫຍື້ອ ບໍ່ມີຄອບຄົວ ເຖິງແມ່ນວ່າລາວຈະບໍ່ໄດ້ລໍ່າລວຍ ແຕ່ເມື່ອຫຼານຊາຍແຕ່ງດອງ ລາວກໍສະຫຼະເງິນອອມທີ່ເກັບສະສົມມາຫຼາຍປີ ເພື່ອໃສ່ຊອງເປັນຂອງຂວັນງານແຕ່ງດອງໃຫ້ກັບຫຼານຊາຍເປັນຈຳນວນ 30,000ຫຍວນ ຫຼື ປະມານ 150,000 ບາດ.

ຍອດຜູ້ເສຍຊີວິດ ແຜ່ນດິນໄຫວ ໃນອາຟະການິດສະຖານ ເພີ່ມຂຶ້ນ 2.000 ກວ່າຄົນ

ຍອດຜູ້ເສຍຊີວິດ ແຜ່ນດິນໄຫວ ໃນອາຟະການິດສະຖານ ເພີ່ມຂຶ້ນ 2.000 ກວ່າຄົນ ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ກາບູນ ປະເທດ ອາຟະການິດສະຖານ ເມື່ອວັນທີ 8 ຕຸລາ ວ່າ: ຍອດຈຳນວນ ຜູ້ເສຍຊິວິດ ຈາກແຜ່ນດິນໄຫວ ຂະໜາດຮຸນແຮງ 6,3 ລິກເຕີ ຫ່າງຈາກ ເມືອງ...

ນັກຫຼິ້ນກີຕ່າທີ່ມີຊື່ສຽງ ເກີດຫົວໃຈວາຍກະທັນຫັນ ໃນຂະນະທີ່ກຳລັງຫຼິ້ນຄັອນເສີດ

Al Di Meola ນັກຫຼິ້ນກີຕ່າທີ່ມີຊື່ສຽງຊາວອາເມລິກາ ລາງວັນ Grammyເກີດພາວະຫົວໃຈວາຍກະທັນຫັນໃນລະວ່າງທີ່ກຳລັງຫຼິ້ນຄັອນເສີດຢູ່ໂຣມາເນຍ ເວັບໄຊ້ຕ່າງປະເທດລາຍງານວ່າ ເມື່ອວັນພຸດທີ່ 27ກັນຍາທີ່ຜ່ານມາ ໂຮງໝໍໃນຕົວເມືອງບູຄາເຣສ ມີຖະແຫຼງການວ່າ Al Di Meola ນັກຫຼິ້ນກີຕ່າ ອາຍຸ 69 ປີມີອາກດານຄົງທີ່ ແລະ ກຳລັງໄດ້ຮັບການປິ່ນປົວຫຼັງເກີດພາວະຫົວໃຈວາຍກະທັນຫັນລະວ່າງຫຼິ້ນຄັອນເສີດຢຄາໂຣມາເນຍຕາມລາຍງານຂອງສື່ທ້ອງຖິ່ນ ລະບຸວ່າ ທ້າວ Dragos Cristescu ເປັນຕາກ້ອງຢູ່ໃນຄັອນເສີດ...

Most Popular

spot_img

You cannot copy content of this page