HomeTagsຂ່າວຕ່າງປະເທດ

ຂ່າວຕ່າງປະເທດ

ນັກຫຼິ້ນກີຕ່າທີ່ມີຊື່ສຽງ ເກີດຫົວໃຈວາຍກະທັນຫັນ ໃນຂະນະທີ່ກຳລັງຫຼິ້ນຄັອນເສີດ

Al Di Meola ນັກຫຼິ້ນກີຕ່າທີ່ມີຊື່ສຽງຊາວອາເມລິກາ ລາງວັນ Grammyເກີດພາວະຫົວໃຈວາຍກະທັນຫັນໃນລະວ່າງທີ່ກຳລັງຫຼິ້ນຄັອນເສີດຢູ່ໂຣມາເນຍ ເວັບໄຊ້ຕ່າງປະເທດລາຍງານວ່າ ເມື່ອວັນພຸດທີ່ 27ກັນຍາທີ່ຜ່ານມາ ໂຮງໝໍໃນຕົວເມືອງບູຄາເຣສ ມີຖະແຫຼງການວ່າ Al Di Meola ນັກຫຼິ້ນກີຕ່າ ອາຍຸ 69 ປີມີອາກດານຄົງທີ່ ແລະ ກຳລັງໄດ້ຮັບການປິ່ນປົວຫຼັງເກີດພາວະຫົວໃຈວາຍກະທັນຫັນລະວ່າງຫຼິ້ນຄັອນເສີດຢຄາໂຣມາເນຍຕາມລາຍງານຂອງສື່ທ້ອງຖິ່ນ ລະບຸວ່າ ທ້າວ Dragos Cristescu ເປັນຕາກ້ອງຢູ່ໃນຄັອນເສີດ...

ສຸດຊ໊ອກໄຟໄໝ້ງານແຕ່ງດອງ ມີຜູ້ເສຍຊີວິດ100ກວ່າສົບ ຄູ່ບ່າວສາວດັບຄາທີ່

ສຸດຊ໊ອກໄຟໄໝ້ງານແຕ່ງດອງ - ບີບີຊີລາຍງານວັນທີ່ 27 ກັນຍາວ່າເກີດເຫດໄຟໄໝ້ ທີ່ງານແຕ່ງດອງທາງພາກເໜືອຂອງປະເທດອີຣັກ ເບື້ອງຕົ້ນສື່ທ້ອງຖິ່ນລະບຸວ່າມີຜູ້ເສຍຊີວິດແລ້ວ 100ກວ່າລາຍ ລວມເຖິງເຈົ້າບ່າວ-ເຈົ້າສາວ ແລະ ຍັງບໍ່ມີການເປີດເຜີຍເຖິງສາເຫດ ໃນຂະນະທີ່ ເອເອັຟພີ ລະບຸວ່າມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 150ລາຍ ໂດຍເຫດການດັ່ງກ່າວເກີດຂຶ້ນທີ່ຫ້ອງຈັດງານລ້ຽງ ໄຟໄໝ້ໃນລະຫວ່າງງານແຕ່ງດອງ ຢູ່ທີ່ຫ້ອງຈັດງານລ້ຽງໃນເມືອງ Al-Hamdaniyah ແລະ ສົ່ງຜົນໃຫ້ໂຄງສ້າງຂອງອາຄານຍຸບຖະຫຼົ່ມທັບແຂກຄົນໃນງານ ເຈົ້າໜ້າທີ່ ສາທາລະນະສຸກ ກ່າວວ່າ ມີຜູ້ເສຍຊີວິດ 100ລາຍ...

ເກີດເຫດໂຮງງານກັ່ນນໍ້າມັນອີຣ່ານລະເບີດສະນັ່ນ

ເກີດເຫດໂຮງງານກັ່ນນໍ້າມັນອີຣ່ານລະເບີດສະນັ່ນ ເກີດເຫດໂຮງງານກັ່ນນໍ້າມັນອີຣ່ານລະເບີດສະນັ່ນ ຊີ້ໃຫ້ເຫັນວ່າວ່າສາເຫດເກີດຈາກອາຍແກ໊ສໄຫຼຮົ່ວ-ວັນທີ່ 25 ກັນຍາ ນັກຂ່າວລາງານວ່າ ເກີດເຫດລະເບີດທີ່ໂຮງງານກັ່ນນໍ້າມັນໃນເມືອງ Bandar Abbas ຢູ່ພາກໃຕ້ຂອງປະເທດອີຣ່ານ ໂດຍສາເຫດເບື້ອງຕົ້ນຄາດວ່າມາຈາກອາຍແກ໊ສໄຫຼຮົ່ວ ລາຍງານຂ່າວດັງກ່າວມາຈາກສະຖານີຂ່າວໄອອາເອັນເອ ສຳນັກຂ່າວທ້ອງຖິ່ນຂອງອີຣ່ານ ລະບຸວ່າ ເຫດການເກີດຂຶ້ນຕັ້ງແຕ່ຊ່ວງຕອນຄໍ່າວັນທີ່22ກັນຍາ ແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດ 1ລາຍ ບາດເຈັບອີກ 4ຄົນ ແລະ ວ່າເຫດເກີໃນລະຫວ່າງເວລາທີ່ທີມງານບໍາລຸງຮັກສາກໍາລັງປະຕິບັດຫນ້າທີ່ລ່າສຸດເພີງໄຟໄດ້ສະຫງົບລົງແລ້ວ

ເຫດການໂສກເສົ້າ ຜູ້ເປັນອ້າຍຢືນເບິ່ງນ້ອງສາວອ າຍຸ 4ປີຈົ ມນໍ້າໂດຍບໍ່ຊ່ວຍເຫຼືອ

ກ້ອງວົງຈອນປິດໄດ້ຈັບຮູບພາບສະເທືອນໃຈ ຫຼັງຈາກການເສຍຊີວິດຢ່າງລຶກລັບຂອງເດັກນ້ອຍໃນຄອນໂດຫລູຫລາ ຜູ້ເປັນອ້າຍອາຍຸ 26ປີ ຢືນຈິບນໍ້າຢືນເບິ່ງນ້ອງສາວຈົມນໍ້າຕໍ່ໜ້າໂດຍບໍ່ຄິດຈະຊ່ວຍເຫຼືອ ເວັບໄຊ້ຕ່າງປະເທດ ລາຍງານຄະດີສະເທືອນໃຈໃນມາເລເຊຍ ເມື່ອວັນທີ່13ກັນຍາ ທີ່ຜ່ານມາ ເກີດເຫດການເດັກນ້ອຍອາຍຸ 4ປີຈົມນໍ້າບໍ່ມີສະຕິ ໃນອາພາດເມັ້ນຫຼູແຫ່ງໜຶ່ງ ກ່ອນຖືກນຳຕົວເຂົ້າຮັບການຮັກສາໃນຫ້ອງໄອຊີຢູດ້ວຍອາການໂຄມ່າ ສຸດທ້າຍບໍ່ສາມາດຢື້ຊີວິດໄດ້ ເສຍຊີວິດໃນຕອນບ່າຍມື້ຕໍ່ມາ ທາງຕຳຫຼວດໄດ້ເຜີຍຮູບພາບກ້ອງວົງຈອນປິດພົບເຫັນເຫດການທີ່ໜ້າຕົກໃຈ ທາງເຈົ້າໜ້າທີ່ໄດ້ເຜີຍຮູບພາບກ້ອງວົງຈອນປິດໄດ້ຈັບພາບໃນຂະນະທີ່ເກີດເຫດການ ໂດຍເດັກຍິງນ້ອຍອາຍຸ 4ຂວບໃສ່ກົງເບັງແລ້ວລອຍນໍ້າຢູ່ຄົນດຽວຢ່າງມີຄວາມສຸກ ໃນຂະນະທີ່ພະຍາຍາມຈະຂຶ້ນຝັ່ງຈາກຄັນໄດຂ້າງສະນໍ້າ ໂຊກບໍ່ດີທີ່ມື່ນເຮັດໃຫ້ລົ້ມລົງນໍ້າ ຊໍ້າຍັງກົງເບັງກະລອຍອອກໄປຫ່າງຕົວ ເຮັດໃຫ້ເດັກຍິງຈົມນໍ້າ ເນື່ອງຈາກລາວລອຍນໍ້າຫຼືລອຍຕົວຂຶ້ນໜ້ານໍ້າບໍ່ເປັນ

ຊາຍໂຊກຮ້າຍ ຖືກງົວກະທິງຊົນເສຍຊີວິດ ໃນຂະນະທີ່ເຂົ້າຮ່ວມການບຸນປະຈຳປີ

ຊາຍໂຊກຮ້າຍ ຖືກງົວກະທິງຊົນເສຍຊີວິດ ໃນຂະນະທີ່ເຂົ້າຮ່ວມການບຸນປະຈຳປີ ຊາຍໂຊກຮ້າຍຖືກ - Mirror ລາຍງານກ່ຽວກັບການນອງເລືອດໃນງານບຸນ "San Fermin" ຫຼື "Bull Running" ໃນເມືອງ Pobla de Farnals, ພາກພື້ນ Valencia. ຢູ່ທາງພາກຕາເວັນຕົກຂອງປະເທດສະເປນ, ຫຼັງຈາກຜູ້ຊາຍຄົນໜຶ່ງຖືກງົວກະທິງໃຊ້ເຂົາຊົນເຂົ້າທີ່ຂ້າງລຳຕົວ, ຈົນລາວໄດ້ຮັບບາດເຈັບສາຫັດແລະເສຍຊີວິດ. ລາຍງານລະບຸວ່າເຫດການດັ່ງກ່າວເກີດຂຶ້ນເມື່ອວັນເສົາທີ່ 23ກັນຍາ ທີ່ຜ່ານມາ ໃນລະຫວ່າງປະຊາຊົນຫຼາຍພັນຄົນໄດ້ເຕົ້າໂຮມກັນເພື່ອເຂົ້າຮ່ວມໃນງານບຸນ Bull...

ເກີດເຫດໄຟໄໝ້ເໝືອງຖ່ານຫີນຈີນ! ມີຄົນງານເສຍຊີວິດ16ຄົນ

ໄຟໄໝ້ເມື້ອງຖ່ານຫີນຈີນ! AFP ແລະ Straits Times ລາຍງານວັນທີ່25ກັນຍາ ເຖິງຄວາມຄືບໜ້າເຫດໄຟໄໝ້ເໝືອງຖ່ານຫີນຊານຈຽວຊູໃນເມືອງຜານໂຈ ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ ເມື່ອເວລາ 8ໂມງ10ນາທີ ຂອງວັນທີ່24ກັນຍາທີ່ຜ່ານມາ ພົບຜູ້ເສຍຊີວິດ16ຄົນ ເຈົ້າໜ້າທີ່ກ່າວວ່າ ຈາກການສອບສວນເບື້ອງຕົ້ນຄາດວ່າ ສາຍພານລຳລຽງໃນເໝືອງເກີດໄຟໄໝ້ ແລະ ເຮັດໃຫ້ຄົນງານ16ຄົນຕິດຢູ່ທາງລຸ່ມ ແຕ່ຍັງບໍ່ເປີດເຜີຍລາຍລະອຽດກ່ຽວກັບຄວາມເສຍຫາຍຫຼືຕົ້ນຕໍຂອງໄຟໄໝ້

ເກີດເຫດ ! ໂກດັງເກັບນ້ຳມັນລະເບີດ !!

ວັນທີ່ 24ກັນຍາ ສຳນັກຂ່າວລາຍງານວ່າ ເກີດເຫດການໂກດັງເກັບນໍ້າມັນເບນຊິນຜິດກົດໝາຍລະເບີດລຸກໄໝ້ຢູ່ທີ່ເມືອງເບນິນໄກ້ີກັບດິນແດນຂອງປະເທດໄນຈີເຣຍໃນທະວີບອາຟິຣກາ ເຮັດໃຫ້ມີຜູ້ເສຍຊີວິດ 34ຄົນ ລວມເຖິງເດັກນ້ອຍ 2ຄົນ ແລະອີກ 20ຄົນຖືກນຳໄປປິ່່ນປົວຢູ່ໂຮງໝໍ ແລະ ຍັງມີອີກຈຳນວນໜຶ່ງອາການສາຫັດອີກດ້ວຍ ເຫດການລະເບີດ ເຊິ່ງເຮັດໃຫ້ເກີດຄວັນສີດຳພຸ່ງຂຶ້ນຟ້າເກີດຂຶ້ນທີ່ຕຶກອາຄານເກັບນໍ້າມັນເຊື້ອໄຟທີ່ຖືກລັກນຳເຂົ້າໃນເຂດເຊເມປັອກຈິ ເຊິ່ງລົດຈັກ ລົບສາມລໍ້ມັກໃຊ້ເຕີມນໍ້າມັນເປັນປະຈຳ ໃນຂະນະທີ່ທ່ານ Alassane Seido ລັດຖະມົນຕີກະຊວງພາຍໃນຂອງໄນຈີເຣຍລະບຸວ່າ ຍັງບໍ່ສາມາດສະຫຼຸບສາເຫດໄຟໄໝ້ໄດ້

ລົດຕົກເຫວໃນເປຣູ ມີຜູ້ເສຍຊີວິດຢ່າງໜ້ອຍ 25ຄົນ

ລົດຕົກເຫວໃນເປຣູ ມີຜູ້ເສຍຊີວິດຢ່າງໜ້ອຍ 25ຄົນ ຕາມຂ່າວຈາກ ເປຣູ,ວັນທີ19 ກັນຍານີ້, ລົດໂດຍສານ ຕົກເຫວ ເທິງພູ ທາງຕາເວັນອອກ ສຽງໃຕ້ ຂອງເປຣູ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 25ຄົນ ເປັນເດັກ 2ຄົນ ແລະ ບາດເຈັບ ອີກ 34 ຄົນ. ຂະນະທີ່ ລົດໂດຍສານ ພມມເດີນທາງ...

Most Popular

spot_img

You cannot copy content of this page