HomeTagsບົດຄວາມ

ບົດຄວາມ

ຈົດໝາຍຈາກຍົມມະທູດ

(ຄົນມີບຸນຫຼາຍຈິ່ງອ່ານຈົບແລະເຂົ້າໃຈ)*ມີຜູ້ຊາຍຄົນໜຶ່ງ ອາຍຸປະມານ 35ປີ,  ເສຍຊີວິດກະທັນຫັນ ຈາກອຸບັດຕິເຫດທາງລົດ.ລາວໄດ້ຖືກຄວບຄຸມລາກດຶງດວງວິນຍານໄປຈົນຮອດແດນນາຮົກ, ເພື່ອກວດກາຄິດໄລ່ ເບິ່ງບັນຊີບາບ-ບຸນ ລໍຖ້າຕັດສິນວ່າຈະໄດ້ໄປສະຫວັນ ຫຼື ລົງນາຮົກ ຕາມກຳດີ ກຳຊົ່ວທີ່ໄດ້ສ້າງໄວ້ຕອນຍັງມີຊີວິດ.#ເມື່ອໄປຮອດແດນນາຮົກ...ລາວເຫັນດວງວິນຍານຈຳນວນນັບບໍ່ຖ້ວນ,ບໍ່ວ່າຈະແມ່ນຊົນຊາດ,ຊົນເຜົ່າໃດ, ຄົນປະເທດໃດກໍ່ມາຮວມຢູ່ຈຸດດຽວກັນໝົດ ມີທັງຜູ້ເຖົ້າຜູ້ແກ່,ໄວກາງຄົນ,ໜຸ່ມສາວ ຈົນໄປຮອດຜູ້ທີ່ຍັງເປັນແອນ້ອຍກໍ່ມີ.ຜູ້ຈະຮ້ອງໄຫ້ໂຫຍຫວນຫາພໍ່ແມ່,ທັງປ່ວງບ້າ, ທັງຖືກລາກໄປກັບພື້ນ,ທັງອ້ອນວອນຮ້ອງຂໍຊີວິດ...ມັນເຮັດໃຫ້ລາວຢ້ານກົວເປັນທີ່ສຸດ..! ແຕ່ເມື່ອຖືກລາກມາຮອດປະຕູແດນນາຮົກ ພາບທີ່ເຫັນຢູ່ຕໍ່ໜ້າເຮັດໃຫ້ທຸກໆຄົນສັ່ນສະທ້ານ ແລະ ມິດງຽບບໍ່ກ້າເອີ່ຍປາກແມ້ແຕ່ຄຳດຽວ..! ຍ້ອນຜູ້ທີ່ຢູ່ຕໍ່ໜ້າເຂົາເຈົ້າທຸກຄົນ ກໍ່ຄື...ຍົມມະທູດຜູ້ຄຸມນາຮົກທັງ10ຂຸມ ຜູ້ມີຮ່າງກາຍອັນສູງໃຫຍ່ ເກືອບຊ່ຳຕຶກ...

Most Popular

spot_img

You cannot copy content of this page