ງານເຂົ້າ...!!! ຮ້ານຂາຍເຂົ້າຈີ່ໄດ້ຮັບຜົນກະທົບຢ່າງແຮງ ຈາກສະແສຂ່າວ ການເສຍຊີວິດຂອງເດັກນ້ອຍ 3 ຄົນ

ຄົງຈະປະຕິເສດບໍ່ໄດ້ ວ່າໃຜໆ ກໍ່ເຄີຍຮັບປະທານ ເຂົ້າຈີ່ປາເຕ້ ຖືວ່າເປັນອາຫານຟາສຟູດຂອງຄົນລາວ ທີ່ນິຍົມຊື້ກິນໃນເວລາເລັ່ງດ່ວນ ຈາກການໄປສອບຖາມແມ່ຄ້າຫລັງເກີດເຫດການທີ່ວ່າເດັກນ້ອຍຕາຍຍ້ອນກິນເຂົ້າຈີ່ປາເຕ້

ແມ່ຄ້າ: ວ່າຫລັງຈາກມີຂ່າວອອກມາ ແລະແຊກັນຫລາຍໃນວັນທີ 26-27 ຕຸລາ ເຮັດໃຫ້ຮ້ານຂາຍເຂົ້າຈີ່ໄດ້ຮັບຜົນກະທົບຢ່າງແຮງ ຈາກປົກກະຕິ ຂາຍໄດ້ມື້ຫນຶ່ງ ບໍ່ຕ່ຳກ່ວາ 40-50 ກ້ອນ ພໍມີຂ່າວແນວນັ້ນອອກມາ ລະບໍ່ໄດ້ຂາຍ ມື້ຫນື່ງບໍ່ຮອດພໍ 5 ກ້ອນ" ຖ້າກິນເຂົ້າຈີ່ລະຕາຍ ມື້ນັ້ນຄືຊິບໍ່ມີແຕ່ 3 ຄົນນີ້ດອກຕາຍ ເກີດມາຫາກໍ່ເຄີຍໄດ້ຍິນກິນເຂົ້າຈີ່ປຸບຕາຍປັບ ຜ່ານມາໄດ້ຍິນຢູ່ ກິນແລ້ວເຈັບທ້ອງກໍ່ທໍ່ນັ້ນ"

ແມ່ຄ້າພໍ່ຄ້າເຂົ້າຈີ່ ວອນທາງເຈົ້າຫນ້າທີ່ສືບສວນ ແລະເປີດເຜີຍເລື່ອງນີ້ໃຫ້ໂດຍໄວ ເພາະກະທົບຕໍ່ເສດຖະກິດຄອບຄົວຫລາຍ ຂອບໃຈ


ປລ: ຮູບພາບເປັນພຽງການປະກອບຂ່າວ ບໍ່ມີສ່ວນໃດໆ ກ່ຽວຂ້ອງ
ບົດຂ່າວ: ABC Lao News