ນາທີໄຟໄຫມ້ເຈດີໄມ້ 16ຊັ້ນ ສູງສຸດໃນເອເຊຍ ຖະຫລົ່ມລົງຕໍ່ຫນ້າຕໍ່ຕາ ( ມີຄຣິບ )

 Image result for เจดีย์ ไม้ภิกไฟไหม

ເມື່ອວັນທີ 10ທັນວາ ເວລາ 12:40ນາທີ ເກີດເຫດເພີງໄຫມ້ຄັ້ງໃຫຍ່ອັນຫນ້າເສົ້າສະຫລົດໃຈທີ່ວັດຈິ່ວຫລົງ ເມືອງຫມຽນຈູ໋ ມົນທົນເສສວນ ແປວໄຟກືນກິນອາຣາມຫລັກຂອງວັດ ແລະ ເຈດີໄມ້ສູງ 16ຊັ້ນ ເຊິ່ງໄດ້ຊື່ວ່າສູງທີ່ສຸດໃນ ທະວີບເອເຊຍ
 898e0b8a3e0b989e0b8ade0b887e0b8a3e0b988e0b8b3e0b984e0b8abe0b989-e0b984e0b89fe0b984e0b8abe0b8a1-1.jpg
ເຈດີໄມ້ແຫ່ງນີ້ສ້າງມາເປັນເວລາ 8ປີ ຄວາມສູງ 16ຊັ້ນ ຫລື ປະມານ 80ປາຍແມັດ ສ້າງດ້ວຍຮູບແບບສະຖາປັດຕະຍະກຳບູຮານຈີນ

ຜູ້ທີ່ຢູ່ໃນທີ່ເກີດເຫດຖ່າຍຮູບຂະນະເກີດເພີງໄຫມ້ໄວ້ໄດ້ ພ້ອມກັບເຫັນວິນາທີທີ່ເຈດີໄມ້ແຫ່ງນີ້ຖືກໄຟເຜົາທຳລາຍຈົນພັງຖະຫລົ່ມລົງຕໍ່ຫນ້າຕໍ່ຕາ ສຽງຜູ້ຄົນຮ້ອງດ້ວຍຄວາມເສົ້າສະຫລົດໃຈຍ່າງຫລວງຫລາຍ ໂດຍແປວໄຟລຸກໄຫມ້ກິນ ພື້ນທີ່ 800ຕາລາງແມັດ ບໍ່ມີລາຍງານຜູ້ເສຍຊີວິດ ສ່ວນສາເຫດເພີງໄຫມ້ຍັງຄົງຢູ່ລະຫວ່າງການສືບສວນ
898e0b8a3e0b989e0b8ade0b887e0b8a3e0b988e0b8b3e0b984e0b8abe0b989-e0b984e0b89fe0b984e0b8abe0b8a1-2.jpg


Powered by Blogger.