ເຕືອນໄພສຶນາມິ!!! ຫລັງແຜ່ນດິນໄຫວ 8.2 ນອກຊາຍຝັ່ງອະລາສກາ

Related image
ພາບປະກອບຂ່າວgoogle 

ເກີດແຜ່ນດິນໄຫວຄັ້ງໃຫຍ່ ວັດແຮງສັ່ນສະເທືອນໄດ້ເຖິງ 8.2ແມັກນິຈູດ ໃນມະຫາສະຫມຸດນອກຊາຍຝັ່ງອະລາສກາ ທາງຕາເວັນຕົກສຽງເຫນືອຂອງສະຫະລັດອາເມລິກາ ເມື່ອວັນອັງຄານ ໂດຍຈຸດສູນກາງຢູ່ເລິກພຽງ 10ກິໂລແມັດ ສົ່ງຜົນໃຫ້ມີການປະກາດເຕືອນໄພສຶນາມິຕະຫລອດພື້ນທີ່ແນວຊາຍຝັ່ງທາງຕາເວັນຕົກວຂອງສະຫະລັດ ແລະ ແຄນນາດາ
ສຳນັກຂ່າວຣອຍເຕີເອພີ ແລະ ເອເອັບພີລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 23ມັງກອນວ່າ: ສຳນັກງານສຳຫລວດທໍລະນີວິທະຍາສະຫະລັດລາຍງານວ່າ: ແຜ່ນດິນໄຫວຂະຫນາດ 8.2ແມັກນິຈູດ ມີຈຸດສູນກາງຢູ່ເລິກ 10ກິໂລແມັດ ໃຕ້ມະຫາສະຫມຸດປາຊີຟິກ ຫ່າງຊາຍຝັ່ງເມືອງຊິນຽດ ໃນລັດອະລາສກາ ທາງຕາເວັນອອກສຽງໃຕ້ປະມານ 256ກິໂລແມັດ ໂດຍແຮງສັ່ນໄຫວສັ່ນສະເທືອນເລີ່ມຂື້ນເວລາ 09:30ນາທີ ຕາມເວລາມາດຕະຖານສາກົນ
ຫລັງການປະເມີນສະຖານະການສູນລະບົບເຕືອນໄພສຶນາມິສະຫະລັດ ໄດ້ອອກປະກາດເຕືອນໄພຄື້ນຍັກສຶນາມິໃນພື້ນທີ່ຕະຫລອດແນວຊາຍຝັ່ງຕາເວັນຕົກຂອງສະຫະລັດ ແລະ ແຄນນາດາ
ລາຍງານຂອງນັກຂ່າວທ້ອງຖິ່ນລະບຸວ່າ: ແຮງໄຫວສະເທືອນຈາກແຜ່ນດິນໄຫວຄັ້ງນີ້ ຮູ້ສຶກໄດ້ເຖິງຫລາຍເມືອງຂະຫນາດໃຫຍ່ທີ່ຢູ່ໄກລົງໄປທາງໃຕ້ເຊັ່ນ: ຊີແອັດເຕິລ ໃນລັດວໍຊິງຕັນຂອງສະຫະລັດ ແລະ ເມືອງແວນຄູເວີ ໃນແຄນນາດາ
ລັດອາລາສກາຕັ້ງຢູ່ເທິງແນວວົງແຫວນໄຟ ພື້ນທີ່ຮອບແຄມຝັ່ງມະຫາສະຫມຸດປາຊີຟິກ ທີ່ເກີດແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດຢູ່ຫລາຍເທື່ອ ແຜ່ນດິນໄຫວລ່າສຸດເກີດຂື້ນພຽງບໍ່ເທົ່າໃດຊົ່ວໂມງ ຫລັງເກີດແຜ່ນດິນໄຫວຂະຫນາດ 6.0ແມັກນິຈູດ ໃນທະເລນອກເກາະຊວາຂອງອິນໂດເນເຊຍ ເຊິ່ງແຮງສັ່ນໄຫວສະເທືອນຮຸນແຮງສ້າງຄວາມແຕກຕື່ນຕົກໃຈແກ່ປະຊາຊົນ ໃນເມືອງຫລວງກຸງຈາກາຕາເປັນຈຳນວນຫລາຍ




Powered by Blogger.