ນັກບູຮານຈີນໝັ່ນໃຈ ພົບສົບ ໂຈໂຊ ຂຸນເສິກຜູ້ຍິງໃຫຍ່ ໃນສະໄໝ ສາມກົກ
ຄົ້ນຫາເປັນເວລາດົນນານ ນັກບູຮານຈີນ ເຊືອພົບສົບ ໂຈໂໍຊຂຸນເສິກ ແລະ ມະຫາເສນາບໍດີ ຜູ້ຍິງໃຫຍ່ໃນຍຸກ ສາມກົກແລ້ວພາຍໃນສຸສານຂະໜາດໃຫຍ່ ໃນມົນເຫີຫນານ
ເມືອວັນທີ່ 29 ມີນາ 2018 ທີ່ຜ່ານມາ ເວັບໄຊ Shianghaiist ລາຍງານພົບຄວາມຕືນເຕັ້ນໃຫ້ແກ່ຊາວຈີນ ແລະ ຜູ້ຄົນທີ່ ມັກຮັກ ໃນປະຫວັດສາດຈີນ ໂດຍສະເພາະແມ່ນ ນະວະນິຍາຍມາມກົກ ເມືອ ບັນນັກບູຮານນະຄະດີຂອງຈີນ ທີ່ສະຖາບັນອະນຸສອນສະຖານ ແລະບູຮານຄະດີແຫ່ງມົນທົນເຫີນານ ເຊື່ອວ່າພົບສົບຂອງໂຈໂຊຫຼື ເຊົາເຊົາ ຂຸນເສິກແລະ ມະຫາເສນາບໍດີຜູ້ຍິງໃຫຍ່ ໃນຊວງປາຍລາຊະວົງຫັນຂອງ ຈີນ( ຄ.ສ 155- 220) ເມືອຖືເປັນບຸກຄົນໜຶ່ງທີ່ສຳຄັນ ແລະ ມີບົດບາດໃນຍຸກ ສາມກົກ ໂດຍພົບສົບແລ້ວ ກ່າວວ່າຖືກຝັ່ງຢູ່ໃນສຸສານຂະໜາດໃຫຍ່ ໃນເຂດ ອັນຢາງມົນທົນເຫີນານ ເຊິງເຊືອກັນວ່າເປັນເກັບສົບຂອງ ໂຈໂຊ
ໃນຂະນະດຽວກັນ ສົບທີ່ຄາດວ່າເປັນສົບໂຈໂຊ ຍັງມີສົບຜູ້ຍິງ ສອງຄົນນອນຢູ່ຂ້າງ ຄົນໜຶ່ງເສຍຊີວິດ ຕອນອາຍຸ 50 ປີ ສ່ວນຄົນໜຶ່ງເສຍ ຊີວິດປະມານ 20 ປີກວ່າ ເຊິງຍັງບໍ່ໄດ້ລະບຸວ່າ ສອງຄົນນີແມ່ນໃຜ ແຕ່ເຊືອວ່າບາງທີ່ອາດຈະເປັນລູກຂອງໂຈໂຊ ເຊິງຄົນໃຫຍ່ ຊື່ວ່າ ໂຈຕັງ ຕາຍໃນ ສົງຄາມ ແລະ ຜູ້ຕໍມາຊືໂຈພີ ທີ່ສະຖາປະນາຕົນເອງເປັນຈັກກະພັດອົງທຳອິດໃນລາດຊະວົງເວີຍ
ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານບູຮານຄະດີ ສະຫຼຸບວ່າສຸດທ້າຍ ໂຈພີໄດ້ ຕັດສິນໃຈຂັດພະປະສົງ ຂອງໂຈໂຊ ຜູ້ເປັນບິດາ ດ້ວຍການຝັ່ງສົບໃນສຸສານຂະນາດໃຫຍ່ ເທົ່າກັບສຸສານຂອງຈັກກະພັດ ກ່ອນປ່ຽນໃຈ ທຳລາຍິສຸສານເພືອປົກປິດບໍ່ໃຫ້ໃຜຮູ້ວ່າເປັນ ທີ່ພັດນິລັນ ສຸສານຂອງໂຈໂຊຜູ້ເປັນບິດາ