ສຸດປະທັບໃຈ! ຄົນຍີ່ປຸ່ນຮ່ວມແຫ່ພາເຫຼດສະຫຼອງນັບແສນຄົນ ແຕ່ເກືອບບໍ່ເຫັນຂີ້ເຫຍື້ອຈັກອັນ
ຫຼາຍໆຄົນອາດຮູ້ກັນດີວ່າປະຊາຊົນໃນປະເທດຍີ່ປຸ່ນສ່ວນໃຫຍ່ລ້ວນມີລະບຽບວິໄນ ແລະ
ຮັກສາບ້ານເມືອງຂອງເຂົາເຈົ້າໃຫ້ສະອາດງາມຢູ່ສະເໝີ ເຊິ່ງລ່າສຸດເມືອງຊາມູໄລ ໄດ້ສ້າງປະກົດການທີ່ພິສູດເລື່ອງນີ້ອີກເທື່ອເມື່ອ
ມີການເປິດເຜີຍວ່າຂະບວນການແຫ່ສະຫຼອງຫຼຽນຄຳໂອແລັມປິກຂອງ ຢູຊູລຸ ຮັນຢູ
ນັກສະເກັດນ້ຳແຂງຄົນນຍີ່ປຸ່ນ ທີ່ເມືອງເຊນໄດ ເມື່ອວັນທີ 22 ເມສາ ທີ່ຜ່ານມາ ເຊິ່ງມີຜູ້ມາຮ່ວມສະຫຼອງຫຼາຍກວ່າ
100,000 ຄົນ ແຕ່ເຈົ້າໜ້າທີ່ສາມາດເກັບຂີ້ເຫຍື້ອໃນບໍລິເວນງານດັ່ງກ່າວໄດ້ພຽງແຕ່ 6
ຖົງເທົ່ານັ້ນ
ລາຍງານຈາກເອັນເອສເຄ
ບອກວ່າ
ຝ່າຍຈັດຂະບວນພາເຫຼດໃນເທື່ອນີ້ ໄດ້ຈັດຫາອາສາສະໝັກຈຳນວນ 1,000 ຄົນ ມາເພື່ອເກັບຂີ້ເຫຍື້ອແລະເບິ່ງຮັກສາຄວາມສະອາດໃນບໍລິເວນງານ
ແຕ່ສຸດທ້າຍເຂົາເຈົ້າບໍ່ຕ້ອງເສຍເຫື່ອເຮັດຍັງຫຼາຍເລີຍ
ເພາະສາມາດເກັບຂີ້ເຫຍື້ອໃນໂຊນການສະເລີມສະຫຼອງໄດ້ແຕ່ 6 ຖົງເທົ່ານັ້ນ
ຮັນຢູ ໄດ້ເຮັດການບໍລິຈາກເງີນລາງວັນທີ່ໄດ້ຮັບມາຈາກການແຂ່ງຂັນໂອແລັມປິກລະດູໜາວ ຈຳນວນ 10,000,000 ເຢນ (ເງີນປະເທດຍີ່ປຸ່ນ) ຫຼືປະມານເກືອບ 8 ຮ້ອຍລ້ານກີບ ເພື່ອຊ່ວຍເຫຼືອໃນການກໍ່ສ້າງແລະສ້ອມແຊມບ້ານເມືອງ ຫຼັງຈາກເກີດເຫດແຜ່ນດິນໄຫວເມື່ອປີ 2011