“ຜູ້ປ່ວຍໝາຍເລກ 0” ຜູ້ຖືກສາບແຊ່ງ ແລະ ກາຍເປັນຄົນຮັບບາບ ຕົ້ນກຳເນີດຂອງໂລກເອດ!!

ເມື່ອເກີດເຫດຮ້າຍແຮງບາງຢ່າງ ຄົນໃນສັງຄົມມັກຈະຊອກຫາ “ຄົນຮັບບາບແທນ” ສຳລັບໂຍນຄວາມຜິດທັງໝົດ ໄປໃຫ້ຄົນຜູ້ນັ້ນສະເໝີ.
Gaetan Dugas ກໍ່ເປັນບຸກຄົນໜຶ່ງທີ່ໄດ້ຮັບບາບ ລາວເປັນຄົນໃນຕຳນານທີ່ໄດ້ຮັບການກ່າວຂານວ່າເປັນ “ຜູ້ປ່ວຍໝາຍເລກ 0” ເຊິ່ງເຊື່ອກັນວ່າເປັນຜູ້ແຜ່ເຊື້ອເອດ ໄປທົ່ວອາເມຣິກາໃນຍຸກ 1980.

ຕອນທີ່ເປັນຂ່າວໂດ່ງດັງ ຄົນທົ່ວອາເມຣິກາຕ່າງພາກັນສາບແຊ່ງລາວ ຈົນບໍ່ມີບ່ອນຢືນໃນສັງຄົມ ແລະ ນັກຂ່າວ Randy Shilts ກໍ່ເຄີຍຖອກນໍ້າມັນເທິງກອງໄຟ ແລະ ຂຽນໂຈມຕີລາວ ວ່າມີເພດສຳພັນກັບຊາຍອື່ນ ແບບບໍ່ເລືອກໜ້າ ທັງທີ່ຮູ້ວ່າມີໂອກາດຕິດເຊື້ອໄວຣັສນະລົກນີ້ ເຊິ່ງ Gaetan Dugas ໄດ້ເສຍຊີວິດລົງໃນປີ 1984 ດ້ວຍອາຍຸ 31 ປີ ພ້ອມກັບກາບາບທີ່ຍາກຈະລຶບ.

ແຕ່ປະຈຸບັນນັກວິໄຈຈາກ University of Arizona ໄດ້ວິໄຈໃນປະເດັນດັ່ງກ່າວ ເພື່ອຫາຈຸດເລີ່ມຕົ້ນ ຂອງເຊື້ອໂລກເອດ ແລະ ຈາກຮູບແບບຕົວຢ່າງເລືອດຂອງ Gaetan Dugas ໄປທຽບກັບບັນດາຮັກຮ່ວມ ເພດຊາຍໃນຍຸກ 1970 ຜົນທີ່ໄດ້ແມ່ນ Gaetan Dugas ມີເຊື້ອ AIDS ແທ້ ແຕ່ຢ່າງໃດກໍ່ຕາມ ລາວບໍ່ແມ່ນຜູ້ປ່ອຍເຊື້ອຄົນທຳອິດ ເພາະກ່ອນຍຸກຂອງ Gaetan Dugas ໄດ້ມີ “ເຊື້ອ HIV” ລະບາດກ່ອນແລ້ວ. ຊາຍຜູ້ທີ່ຖືກສັງຄົມສາບແຊ່ງ ບໍ່ແມ່ນຜູ້ປ່ວຍໝາຍເລກ 0 ທີ່ເປັນຈຸດເລີ່ມຕົ້ນ ແລະ ລາວເປັນຄົນຮັບບາບ ຈາກສັງຄົມ ທີ່ຕ້ອງການຄົນຮັບຜິດຊອບ
ແຕ່ຢ່າງໜ້ອຍຕອນນີ້ຕະກູນຂອງ Dugas ກໍ່ບໍ່ຕ້ອງຖືກເວົ້າວ່າເປັນຕະກູນ “ຜູ້ປ່ວຍໝາຍເລກ 0” ທີ່ເປັນຕົ້ນກຳເນີດຂອງໂລກເອດອີກຕໍ່ໄປ… ຢ່າງໜ້ອຍດວງວິນຍານຂອງລາວກໍ່ພົບກັບ ຄວາມສະຫງົບ.