ໂຈນອົງອາດບຸກເຂົ້າປຸ້ນເອົາຄຳ 60 ບາດທີ່ຮ້ານຄຳນາງວຽງເງິນ


ໂຈນອົງອາດບຸກເຂົ້າປຸ້ນເອົາຄຳ 60 ບາດທີ່ຮ້ານຄຳນາງວຽງເງິນ,​ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງໂຈນໃຊ້ເວລາພຽງ 1 ນາທີ ໃນການປຸ້ນ ແລະ ຫລົບໜີໄຮ້ຮ່ອງຮອຍ.ຜູ້ເຫັນເຫດການລາຍງານວ່າໃນຕອນເຊົ້າ​ວັນທີ່ 9/11/2017 ເວລາປະມານ 8:19 ນາທີ່ໄດ້ມີໂຈນ ຈຳນວນ 1 ຄົນ ໄດ້ຖືອາວຸດປືນອາກາ ມາປຸ້ນຮ້ານຄຳນາງວຽງເງິນ, ຢູ່ຫນ້າຕະຫລາດສີດອນມີ ບ້ານ ປາກຮາວເຫນືອ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວຄົນຮ້າຍໄດ້ຄຳໄປຈຳນວນ 60 ປາຍກວ່າບາດ. ເຊິ່ງຜູ່ກ່ຽວແມ່ນໄດ້ນຳໃຊ້ພາຫະນະແມ່ນລົດຈັກບໍ່ມີປ້າຍທະບຽນ ເຂົ້າມາກໍ່ເຫດຄັ້ງນີ້.ປະຈຸບັນ ທາງເຈົ້າ ໜ້າທີ່ກຳລັງກວດສອບຂໍ້ມູນແລະ ຕິດຕາມຄົນຮ້າຍມາລົງໂທດຕາມກົດໝາຍຂອງບ້ານເມືອງ.ປະຈຸບັນ ທາງເຈົ້າ ໜ້າທີ່ກຳລັງກວດສອບຂໍ້ມູນແລະ ຕິດຕາມຄົນຮ້າຍມາລົງໂທດຕາມກົດໝາຍຂອງບ້ານເມືອງ.

Powered by Blogger.