ເກີດອຸບັດຕິເຫດເຮືອບິນໂດຍສານ ແລ່ນອອກນອກຣັນເວ ເກືອບຕົກທະເລ


ສໍານັກຂ່າວເອພີລາຍງານ ໃນວັນທີ 14 ມັງກອນ ໄດ້ເກີດອຸບັດຕິເຫດ ເຮືອບິນໂດຍສານ
ໂບອີ້ງ 737-800ຂອງສາຍການບິນພີກາຊັສ ບັນທຸກຜູ້ໂດຍສານແລະພະນັກງານເທິ່ງຍົນ 162 ຄົນ ໄດ້ແລ່ນອອກນອກຣັນເວຂະນະທີ່ພະຍາມຍາມລົງຈອດທີ່ສະໜາມບິນໃນເມືອງແທຣບຊອນ
ແຄມຝັ່ງທະເລດໍາພາກເໜືອຂອງຕວັກກີ ເຮັດໃຫ້ເຮືອບິນຄ້າງຢູ່ແຄມໜ້າຜາຫ່າງຈາກ
ທະເລພຽງບໍ່ທໍ່ໃດແມັດ.


ຫຼັງຈາກເກີດອຸປະຕິເຫດທາງສາຍການບິນໄດ້ອອກຖະແຫຼງການວ່າບໍມີຜູ້ໄດ້ຮັບບາດເຈັບຫຼືເສຍ
ຊີວິດ ໂດຍໄດ້ຮັບການຊ່ວຍເຫຼືອແລະອົບພະຍົບອອກຈາກເຮຶອບິນໄດ້ສໍາເລັດ ສ່ວນສາເຫດຍັງບໍ່ທັນຊັດເຈນຍັງຢູ່ລະຫວ່າງການສືບສວນ



Powered by Blogger.