ປະໂຫຍດ ແລະ ສັບພະຄຸນຂອງແກ່ນບົວ?? ອ່ານເລີຍໃຜທີ່ມັກກີນ

   

**ປະໂຫຍດ ແລະ ສັບພະຄຸນຂອງແກ່ນບົວມີຄື**
-ຊ່ວຍບຳລຸງເລືອດໃຫ້ໄຫລວຽນໃນຮ່າງກາຍໃຫ້ສະດວກ
-ຊ່ວຍໃຫ້ຮ່າງກາຍແຂງແຮງ, ບຳລຸງກຳລັງ.
-ຊ່ວຍບຳລຸງອະໄວຍະວະຕ່າງໆ ຂອງຮ່າງກາຍໄດ້ແກ່ມ້າມ, ຫົວໃຈ, ລຳໄສ້ ເປັນຕົ້ນ.
-ຊ່ວຍໃຫ້ນອນຫຼັບດີ ແລະ ສະບາຍຂື້ນ.
-ຊ່ວຍບຳລຸງສະໝອງ, ເຮັດໃຫ້ລະບົບຄວາມຈຳດີ, ບໍ່ສ່ຽງຕໍ່ໂລກອັນໄຊເມີ່ ຫຼື ພາວະຄວາມຈຳເສື່ອມ.
-ຊ່ວຍຫຼຸດລະດັບນຳ້ຕານ ແລະ ຄໍເລັດສະເຕີລອນໃນເລືອດ.
-ຊ່ວຍຮັກສາຄວາມດັນເລືອດສູງ.
-ຊ່ວຍປ້ອງກັນພາວະນຳ້ອະສຸຈິເຄື່ອນໄດ້ດີ.


**ແກ່ນບົວສາມາດນຳມາເຮັດອາຫານຄາວ ແລະ ຫວານໄດ້ຫຼາກຫຼາຍ**
ວິທີການນຳແກ່ນບົວມາຮັບປະທານມີດັ່ງນີ້:
-ໃຫ້ນຳແກ່ນບົວມາປຸງຮ່ວມກັບຊີ້ນລຳໄຍແຫ້ງຈະເຮັດໃຫ້ກາຍເປັນຢາທີ່ມີສັບພະຄຸນຫຼາຍ.
-ໃຫ້ນຳເອົາແກ່ນບົວມາເຮັດເປັນອາຫານວ່າງ ຫຼື ອາຫານທັງຄາວ ແລະ ຫວານ ເຊັ່ນ: ນຳໄປຕຸ໋ນກັບຫົວໃຈໝູ ຫຼື ເຮັດເປັນແກ່ນບົວເຊື່ອມ ລວມທັງນຳໄປທອດ ຫຼື ອົບຄຸກກັບເກືອຮັບປະທານເປັນຕົ້ນ.
-ໃຫ້ນຳເອົາແກ່ນບົວມາຕົ້ມກັບພືດສະໝູນໄພຈີນແລ້ວຕື່ມນຳ້ຕານລົງໄປເລັກນ້ອຍ ດື່ມເປັນປະຈຳທຸກມື້ຈະຊ່ວຍໃຫ້ປະຈຳເດືອນມາເປັນປົກກະຕິ.
-ໃຫ້ນຳເອົາແກ່ນບົວມາໜືງໃຫ້ສຸກແລ້ວນຳໄປຕາກໃຫ້ແຫ້ງ ພ້ອມກັບບົດເປັນຜົງຊົງນຳ້ແລ້ວດື່ມຈະຊ່ວຍປ້ອງກັນອາການຖອກທ້ອງໄດ້.
-ໃຫ້ນຳແກ່ນບົວພ້ອມລຳໄຍແຫ້ງ ແລະ ນຳ້ຕານມາຕຸ໋ນດ້ວຍໄຟອ້ອນໆ ຮັບປະທານເພື່ອບຳລຸງຮ່າງກາຍໄດ້ດີ.


**ຂໍ້ຫ້າມໃນການຮັບປະທານແກ່ນບົວ**
-ຜູ້ທີ່ມີອາການອາຫານບໍ່ຍ່ອຍຄວນຫຼິກລຽງ.
-ຜູ້ທີ່ມີອາການທ້ອງຜູກບໍ່ຂັບຖ່າຍຄວນຫຼິກລຽງ.
-ຫຼິກລຽງການນຳແກ່ນບົວໄປປຸງອາຫານໃນພາຊະນະທີ່ເປັນເຫຼັກເພາະຈະເຮັກໃຫ້ແກ່ນບົວເປັນສີດຳ.


Powered by Blogger.