ລະເບິດລົດໄຟໃຕ້ດິນເຊັນສ໌ປີ່ເຕີ້ເບີກດັບແລ້ວ 11 ສົບ


ເມື່ອວັນທີ່ 4 ເມສາ ສື່ Interfax ຂອງລັດເຊຍລາຍງານວ່າ ທາງການລັດເຊຍກຳລັງເລັ່ງຊອກຫາຜູ້ກໍ່ເຫດລະເບິດພາຍໃນລົດໄຟໂດຍສານໃຕ້ດິນຂອງນະຄອນເຊັນສ໌ປີ່ເບີກເຕີ້ໂດຍຂະນະນີ້ມີຜູ້ຕ້ອງສົງໄສແລ້ວ  2 ຄົນ ລະບົບຂົນສົ່ງລົດໄຟຟ້າໃຕ້ດິນຂອງນະຄອນເຊັນສ໌ປີ່ເຕີ້ເບີກ ຕ້ອງປິດໃຫ້ບໍລິການໃນວັນຈັນ ຫຼັງເກີດລະເບີດ  ເຊີ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 11 ຄົນ ບາດເຈັບອີກ 45 ຄົນ


ພາບຖ່າຍໃນທີ່ເກິດເຫດສະແດງໃຫ້ເຫັນປະຕູລົດໄຟທີ່ເສຍຫາຍຈາກແຮງລະເບິດ  ຂະນະຮ່າງຜູ້ເສຍຊີວິດ ນອນຢູ່ກັບພື້ນ  ແລະມີວີດີໂອພາບສະແດງໃຫ້ເຫັນຄວາມສົນລະວົນໃນສະຖານີລົດໄຟໃຕ້ດິນ ແລະ ຄວັນປົກຄຸມໄປທົ່ວບໍລິເວນ ຂະນະເຈົ້າໜ້າທີ່ລັດເຊຍຍັງບໍ່ຟ້າວສະຫຼຸບວ່າເປັນຝີມືຂອງຜູ້ກໍ່ການຮ້າຍຫຼືບໍ່  ແຕ່ບອກວ່າການສືບສວນທີ່ດຳເນີນຢູ່ໃນຂະນະນີ້ກຳລັງສືບສ່ວນເຫດກໍ່ການຮ້າຍ


ສຳນັກຂ່າວລັດເຊຍໄດ້ອ້າງຄຳເວົ້າຂອງພະຍານໃນທີ່ເກີດເຫດ ວ່າ ການລະເບີດເທື່ອນີ້ເກີດຈາກວັດຖຸລະເບີດທີ່ບັນຈຸລູກປືນໄວ້ທາງໃນ ແລະພາບຈາກກ້ອງວົງຈອນປິດໄດ້ສະແດງໃຫ້ເຫັນ ບຸກຄົນທີ່ອາດເປັນຜູ້ຕ້ອງສົງໄສກຳລັງຖືກະເປົາເຮັດວຽກທີ່ຄາດວ່າໃນກະເປົາອາດບັນຈຸລະເບິດ ຕຳຫຼວດລັດເຊຍໄດ້ພົບລະເບິດລູກທີ່ 2 ແຕ່ສາມາດກູ້ໄດ້ກ່ອນທີ່ຈະເກິດການລະເບິດ  ແລະທີ່ເມືອງ ວໍຊິງຕັນ ປະທານາທິບໍດີໂດນັນທຣັມໄດ້ກ່າວວ່າການລະເບິດຄັ້ງນີ້ “ເປັນເລື່ອງຊົ່ວຮ້າຍຫຼາຍ”



Powered by Blogger.