ຍີ່ປຸ່ນສ້າງກຳແພງຍັກສູງ 12 ແມັດ ປ້ອງກັນໄພສຶນາມິ
ຍີ່ປຸ່ນສ້າງກຳແພງຍັກສູງ
12 ແມັດ ປ້ອງກັນໄພສຶນາມິ!!!
ພາຍຫຼັງຈາກເມື່ອວັນທີ 11 ມີນາ 2011 ຫຼື ປະມານ 7 ປີກ່ອນ ໄດ້ເກີດເຫດແຜ່ນດິນໄຫວຄວາມຮຸນແຮງຂະໜາດ 9,0 ຣິກເຕີ້ ແລະ ເກີດຄື່ນຍັກສຶນາມິສູງປະມານ 15 ແມັດເຂົ້າທະລົ່ມທິດຕາເວັນອອກສຽງເໜືອຂອງປະເທດຍີ່ປຸ່ນ ໂດຍສະເພາະເມືອງແຖບຊາຍຝັ່ງພູມພາກໂທໂຮຄຸ ສ້າງຄວາມເສຍຫາຍໃຫ້ກັບບ້ານເຮືອນຫຼາຍຫຼັງໃນເມືອງຂອງຍີ່ປຸ່ນ ແລະ ຍັງມີຜູ້ເສຍຊີວິດນັບໝື່ນຄົນ
China Xinhua News ລາຍງານວ່າປະຈຸບັນເມືອງມິຍາໂກະໃນແຂວງອິວາເຕະ ທີ່ມີຜູ້ເສຍຊີວິດຈາກເຫດການເມື່ອ 7 ປີກ່ອນຫຼາຍກວ່າ 2,000 ຄົນ ໄດ້ສ້າງກຳແພງສູງຂຶ້ນມາຕາມຝັ່ງເພື່ອປ້ອງກັນສຶນາມິ ໂດຍກຳແພງດັ່ງກ່າວສູງປະມານ12ແມັດ ນີ້ຈະສາມາດຊ່ວຍປ້ອງກັນຊີວິດແລະຊັບສິນຂອງຊາວເມືອງໄດ້ ແມ້ວ່າຈະບົດບັງທັດສະນີຍະພາບຊາຍຫາກໍ່ຕາມ(ຮັບຊົມພາບ)