ຕຳຫຼວດຊ່ອຍເດັກນ້ອຍ 3 ຄົນຖືກຂັງຢູ່ໃນອາພາດເມັ້ນດົນເຖິງ 3 ມື້ ແມ່ຢຶນຢັນບໍ່ໄດ້ຖິ້ມ ພຽງແຕ່ອອກໄປຊື້ເຄື່ອງ
ຕຳຫຼວດຊ່ອຍເດັກນ້ອຍ 3
ຄົນຖືກຂັງຢູ່ໃນອາພາດເມັ້ນດົນເຖິງ 3 ມື້ ແມ່ຢຶນຢັນບໍ່ໄດ້ຖິ້ມ ພຽງແຕ່ອອກໄປຊື້ເຄື່ອງ
ວັນທີ 31 ມີນາ ເວບໄຊທ໌ລາຍງານຂ່າວ TSN ສະຖານີໂທລະພາບ
1+1 ຂອງປະເທດຢູເຄນ ລາຍງານວ່າພົບເຫັນເດັກນ້ອຍ 3 ຄົນຢູ່ໃນອາພາດເມັ້ນຕາມລຳພັງ
ຫຼັງຈາກແມ່ລ໊ອກປະຕູຫ້ອງພັກ ແລະ ຫາຍອອກໄປດົນເຖິງ 3 ມື້ ເຫດເກີດທີ່ເມືອງມາຣີອູປອນ
ແຄວ້ນໂດເນດສ໌ ປະເທດຢູເຄນ
ເຈົ້າໜ້າທີ່ກູ້ໄພໄດ້ຮັບຂ່າວຈາກຊາວບ້ານຈຶ່ງຟ້າວມາທີ່ຈຸດເກີດເຫດ
ໂດຍໃຊ້ຂັ້ນໃດປີນຂຶ້ນໄປປ່ອງຢ້ຽມຊັ້ນ3 ພົບເດັກຍິງທັງ2ຄົນອາຍຸ 8 ປີ ແລະ 3 ປີ ແລະເດັກອ່ອນເພດຊາຍອາຍຸ
11 ເດືອນ
ຈາກການສອບຖາມເດັກຍິງໄວ 8
ປີ ຜູ້ເປັນເອື້ອຍກົກ ເລົ່າໃຫ້ຟັງວ່າ”ມື້ທຳອິດທີ່ແມ່ບໍ່ຢູ່ເຮືອນ
ພວກຕົນໄດ້ກິນຊຸ່ບ ແລະເຂົ້າຕົ້ມທີ່ແມ່ເຮັດແລ້ວແຊ່ໄວ້ຕູ້ເຢັນໃຫ້
ສ່ວນຕົນຈັດການວຽກໃນຫ້ອງຄົວແລະຄອຍເບິ່ງແຍງນ້ອງອີກ 2 ຄົນຈົນຂອງກິນບໍ່ເຫຼືອແລ້ວ ພວກຕົນຈຶ່ງຫິວໂຫຍຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກທາງປ່ອງຢ້ຽມຊັ້ນ3ຂອງອາພາດເມັ້ນ”ແລະຫຼັງຈາກນັ້ນກໍ່ໄດ້ຮັບຄວາມຊ່ວຍເຫຼືອດັ່ງກ່າວໂດຍທັງໝົດຖືກນຳສົ່ງໂຮງໝໍ ສ່ວນສາວໄວ 27 ປີ ຜູ້ເປັນແມ່ຂອງເດັກນ້ອຍທັງ3 ມີລາຍງານວ່າປະກົດຕົວຢູ່ສະຖານີຕຳຫຼວດໃນຊ່ວງຕອນແລງຂອງມື້ທີ່3 ທີ່ຫາຍຕົວໄປ ຜ່ານການສອບສວນຢືນຢັນກັບຕຳຫຼວດວ່ານາງບໍ່ໄດ້ຖິ້ມລູກໆ ແຕ່ນາງພຽງແຕ່ອອກໄປຊື້ເຄື່ອງຢູ່ຮ້ານສະດວກຊື້ 10 ນາທີ
ຂະນະນີ້ ຕຳຫຼວດໄດ້ສຶບສວນເຫດການທີ່ເກີດຂຶ້ນ ແລະ ນຳໂຕຜູ້ເປັນແມ່ດຳເນີນຄະດີໃນຂໍ້ຫາບົກຜ່ອງຕໍ່ຄວາມຮັບຜິດຊອບເບິ່ງແຍງບຸດ ສ່ວນເດັກທັງ3ຍັງຢູ່ໃນໂຮງໝໍ ຈົນກວ່າຈະມີຄຳສັ່ງຈາກໜ່ວຍງານທີ່ຮັບຜິດຊອບຂອງທາງການທ້ອງຖິ່ນຕໍ່ໄປ
