ຊ໊ອກໜັກ! ໄວລຸ້ນສາວອາຍຸ 16 ປີ ໄລຟ໌ເຟສບຸ໊ກ ແຂນຄໍຕາຍດັບແບບສະຫຼົດກ້ອງຕົ້ນໄມ້ໃຫຍ່ ຖີ້ມຂໍ້ຄວາມໃຫ້ແຟນ "ເບີ່ງໄວ້ຊະ"
ວັນທີ່ 26 ເມສາ ຮ້ອຍຕຳຫຼວດເອກ
ສຸກິດ ດັນຈະເລີນ ຮອງສາລະວັດ (ສອບຖາມ) ສະຖານີຕຳຫຼວດພູທອນ
ບ້ານໂປ່ງ ຈັງຫວັດ ລາດຊະບູລີ
ຮັບແຈ້ງເຫດມີຄົນແຂນຄໍຕາຍຢູ່ບໍລິເວນໝູ່ທີ
15 ຕຳບົນປາກແຣດ ອຳເພີ ບ້ານໂປ່ງ ຈື່ງລົງກວດສອບພ້ອມຊຸດສືບສວນແລະມູລະນິທິຮາວມໃຈການກຸສົນ
ລາດຊະບູລີ
ເມື່ອໄປຮອດພົບວ່າຜູ້ຕາຍແຂນຄໍດ້ວຍເຊືອກມັດເກີບສີຂາວມັດຕິດກັບງ່າໄມ້ຕົ້ນໄຮຫຼັງສຳນັກງານປະກັນຕາມຮ່າງກາຍບໍ່ພົບຮ້ອຍບາດແຜຫຼຶຮອຍການຖືກທຳຮ້າຍໃດໆ
ຜູ້ຕາຍເປັນຍິງສາວອາຍຸ 16 ປີ ຊາວຕຳບົນສວນກ້ວຍ
ອຳເພີ ບ້ານໂປ່ງ ບໍລິເວນຕົ້ນໄຮ ຍັງພົບເຫັນໂທລະສັບກຳລັງເປິດເຟສບຸ໊ກສ່ວນໂຕໄລຟ໌ສົດຢູ່
ໂພສທ໌ຂໍ້ຄວາມວ່າ "ເບິ່ງໄວ້ຊະ" ເປັນໄລຍະເວລາດົນຮອດ 40 ນາທີ
ສອບຖາມຮູ້ວ່າ ສາວອາຍຸ 16 ປີ
ຄົນດັ່ງກ່າວໄດ້ກິນຢູ່ກັບແຟນໜຸ່ມຊາຍ
ແຕ່ເມື່ອປະມານອາທິດທີຜ່ານມາໄດ້ເກິດມີປາກສຽງກັບຄົນໃນຄອບຄົວຂອງແຟນໜຸ່ມຊາຍ
ຈົນຮອດຂັ້ນກິນຍາຂ້າໂຕຕາຍແຕ່ສາມາດຊ່ວຍເຫຼຶອລ້າງທ້ອງຈົນລອດຊີວິດມາໄດ້ທັນ
ແລ້ວເດີນທາງກັບມາຢູ່ບ້ານໂຕເອງ ຈົນເຖິງເມື່ອ 2 ມື້ທີ່ຜ່ານມາໄດ້ໜີອອກຈາກເຮືອນໄປສ້າງຄວາມຮ້ອນໃຈໃຫ້ກັບຍາດພີນ້ອງຢ່າງຫຼາຍ
ເມື່ອອອກຕາມຫາກໍ່ບໍ່ພົບຈົນຮູ້ພາຍຫຼັງວ່າມາແຂນຄໍຕາຍກ້ອງຕົ້ນໄຮດັ່ງກ່າວ