ຢືນຢັນຊັດເຈນເລີຍ "ອິບຣາຮິໂມວິສ" ບໍ່ກັບຄືນທັບສະວີເດັນລຸຍບານໂລກ



ສະຫະພັນບານໂລກສະວີເດັນ ປະກາດຢືນຢັນເມື່ອວັນທີ 26 ເມສາ ວ່າຊະລາຕັນ ອິບຣາຮິໂມວິສ ອະດີດກອງໜ້າກັບຕັນທີມຊາດສະວີເດັນຈະບໍ່ຢູ່ໃນຊຸດເຮັດເສິກບານໂລກຮອບສຸດທ້າຍ 2018 ທີ່ຣັດເຊຍ

ຕຳນານກອງໜ້າໄດ້ອາຍຸ 36 ປີ ປະກາດລຳລາທີມຊາດເມື່ອປີ 2016 ຫຼັງຈົບບານໂລກຢູໂຣ 2016 ລ່າສຸດຄ້າແຂ່ງຢູ່ກັບທີມແອວເອ ກາແລັກຊີ ຍອດທີມໃນສືກເມເຈີລີກຂອງສະຫະຣັດອາເມລິກາແລະໂຊຟອມ(ລີລາ)ໄດ້ດີ ເຮັດໃຫ້ຫຼາຍຄົນຄາດວ່າເຂົາຈະຕິດທີມຊາດສະວີເດັນໄປລຸຍບານໂລກ 2018 ທີ່ຣັດເຊຍໃນລະຫວ່າງວັນທີ 14 ມິຖຸນາ ຫາ 15 ກໍລະກົດ ນີ້

ຢ່າງໃດກໍ່ຕາມລ່າສຸດນີ້ສະຫະພັນບານສະວີເດັນອອກຖະແຫຼງການຢ່າງເປັນທາງການວ່າ "ກ່ອນໜ້ານີ້ຊະລາຕັນ ອິບຣາຮິໂມວິສ ບອກວ່າຈະບໍ່ຫຼີ້ນທີມຊາດອີກ ແລ້ວເຂົາກໍ່ຍັງບໍ່ໄດ້ຄິດປ່ຽນໃຈທີ່ຈະກັບມາຮັບໃຊ້ທີມຊາດ"
ອິບຣາຮິໂມວິສ ລົງຫຼີ້ນໃຫ້ທີມຊາດສະວີເດັນ 116 ນັດ ຍິງເຂົ້າໄດ້ 62 ປະຕູ ເປັນສະຖິຕິສູງສຸດຂອງທີມຊາດ

Powered by Blogger.