ພໍ່ໃຊ້ມີດອີ່ໂຕ້ປາດຄໍລູກຊາຍອາຍຸ 18 ປີ ກ່ອນກີນຢາຂ້າແມງໄມ້ຕາຍຕາມ
ສະລົດໃຈ......ເມື່ອພໍ່ອາຍຸ 47 ປີ ໄດ້ໃຊ້ມີດອີ່ໂຕ້ປາດຄໍລູກຊາຍອາຍຸ 18 ປີ ກ່ອນກີນຢາຂ້າແມງໄມ້ຕາຍຕາມ ຄາດເກິດຈາກຄວາມຄຽດທີ່ຕ້ອລ້ຽງລູກຄົນດຽວຫລັງເລີກກັບເມຍຕັ້ງແຕ່ລູກຍັງນ້ອຍໆ
ຕຳຫຼວດທັນຍະບຸຣີ ຈ.ປະທຸມທານີ ພ້ອມດ້ວຍອາສາສະໝັກມູນນິທິ ເຂົ້າກວດສອບສົບຊາຍອາຍຸ 47 ປີ ສະພາບສົບນອນຫງາຍນ້ຳລາຍຟູມປາກຂ້າງກັນຍັງພົບສົບຊາຍອາຍຸ 18 ປີ ມີບາດແຜຖືກຂອງມີຄົມປາດທີ່ລຳຄໍ 1 ແຜຍັງພົບມີດອີ່ໂຕ້ເປື້ອນເລືອດຕົກຢູ່ ພ້ອມດ້ວຍກະປ໋ອງຢາຂ້າແມງໄມ້ເປີດຝາໄວ້ 2 ກະປ໋ອງ. ເອື້ອຍຂອງຜູ້ເສຍຊິວິດ ເລົ່າວ່າ ສາເຫດໜ້າຈະເກິດຈາກຄວາມຄຽດ ເພາະນ້ອງຊາຍຕ້ອງເຮັດວຽກຂີ່ລົດຖີບຮັບຈ້າງແລະອອກຮັບຈ້າງທົ່ວໄປ ເພື່ອຫາເງີນຄົນດຽວມາລ້ຽງລູກ ຕັ້ງແຕ່ລູກຍັງນ້ອຍໆສົມທົບກັບຫລານຊາຍບໍ່ມີວຽກເຮັດ. ເຮັດໃຫ້ທີ່ຜ່ານມາສອງພໍ່ລູກມີປາກສຽງກັນຕະຫລອດ
ຕຳຫຼວດສັນນິຖານວ່າ ຜູ້ເປັນພໍ່ໜ້າຈະໃຊ້ມີດອີ່ໂຕ້ຂ້າລູກຕາຍ ກ່ອນຈະກີນຢາຂ້າແມງໄມ້ຕາຍຕາມເພື່ອໜີຄວາມຜິດ