ທຽນກົງ -1 ຕົກໃນມະຫາສະໝຸດປາຊີຟິກແລ້ວ ຊາວໂລກປອດໄພ


ສະຖານີອາວະກາດທຽນກົງ -1 ຂອງຈີນຕົກຊູ່ໂລກແລ້ວໃນມື້ນີ້ ລົງໃນພາກໃຕ້ຂອງມະຫາສະໝຸດປາຊີຟິກ ບໍ່ມີຄວາມເສຍຫາຍຕໍ່ຊີວິດແລະຊັບສິນຂອງຊາວໂລກ.



Facebook ຈັບຕາທຽນກົງ -1 ເປີດເຜີຍວ່າໜ່ວຍງານການຕິດຕາມແລະລາຍງານສະຖານະການຂອງສະຖານີອາວະກາດທຽນກົງ -1 ຂອງຈີນຫຼື China Manned Space Agency: CMSA ປະກາດຜ່ານເວັບໄຊທ໌ເວລາ 08.15 ເວລາທ້ອງຖິ່ນຫຼື 07.15 ອີງຕາມ ເວລາໃນປະເທດລາວ ສະຖານີອາວະກາດທຽນກົງ -1 ຂອງຈີນໄດ້ຕົກລົງຊູ່ພື້ນໂລກແລ້ວ ທີ່ພາກໃຕ້ຂອງມະຫາສະໝຸດປາຊີຟິກ ໂດຍບໍ່ມີລາຍງານຄວາມເສຍຫາຍທັງກ່ຽວກັບຊີວິດແລະຊັບສິນ.


ກ່ອນໜ້ານີ້ ຂໍ້ມູນອັບເດດຕຳແໜ່ງຕົກເມື່ອວັນທີ 2 ເມສາ 2018 ເວລາ 4:30 ຂອງສະຖານີອາວະກາດທຽນກົງ -1 ຂອງ Satview, ເຄືອຂ່າຍການເຝົ້າລະວັງວັດຖຸອາວະກາດ​ (Space Surveillance Network: SSN) ແລະ GISTDA. ຕຳແໜ່ງຕົກຂອງສະຖານີອາວະກາດທຽນກົງ -1 ຖືກຄາດການວ່າ ວັນທີ 2 ເມສາ 2018, ເວລາປະມານ 6:00-10:30 ວ່າຈະຕົກຢູ່ທີ່ມະຫາສະໝຸດປາຊີຟິກແລະແອດແລນຕິກ. ຖ້າມີຄວາມຄືບຫນ້າຈິສດ້າ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະອັບເດດຂໍ້ມູນໃໝ່ຢ່າງຕໍ່ເນື່ອງ.


ດຣ. ສິດທິພອນ ຊານນຳສິນ ຜູ້ຊ່ຽວຊານກົນລະສາດວົງໂຄຈອນສຳນັກງານພັດທະນາເຕັກໂນໂລຊີອາວະການ ແລະ ພູມມິປະເທດ ຫຼື ຈີສດ້າເປີດເຜີຍວ່າ ສະຖານີອາວະກາດທຽນກົງ -1 ໂຄຈອນ 16 ຮອບຕໍ່ 1 ມື້, ລ່າສຸດກວດພົບຢູ່ເໜືອມະຫາສະໝຸດປາຊີຟິກຢູ່ໃກ້ກັບຝັ່ງສະຫະລັດດອາເມຣິກາ ໂດຍເຄື່ອນທີ່ດ້ວຍຄວາມໄວແມ່ນ 7 - 10 ກິໂລແມັດຕໍ່ວິນາທີ ແຕ່ມັນຈະເພີ່ມຄວາມໄວຂອງການເຄື່ອນໄຫວຫຼາຍຂຶ້ນເລື້ອຍໆ ເພາະເນື່ອງຈາກການເຄື່ອນໂຕໃກ້ພື້ນໂລກ ທີ່ມີແຮງດຶງດູດໃຫ້ເຄື່ອນທີ່ໄວຂຶ້ນ.
Powered by Blogger.