ສອງອ້າຍນ້ອງຂ້າພໍ່ແມ່ ຮ້ອງໄຫ້ເມື່ອໄດ້ພົບກັນເທື່ອທຳອິດໃນຄຸກ ຫຼັງຖືກຈັບແຍກກັນກວ່າ 20 ປີ


ເມຶ່ອວັນທີ່ 7 ເມສາ ບີບີຊີລາຍງານຂອງ 2 ອ້າຍນ້ອງນັກໂທດ ຊາວອາເມຣິກາຜູ້ເຄີຍກໍ່ຄະດີຂ້າພໍ່ແມ່ ຊັອກທົ່ວປະເທດ  ເມື່ອຍຸກທົດສະວັດ 90  ລ່າສຸດນິ້ທັ້ງສອງໄດ້ກັບມາພົບໜ້າກັນ ໃນເຮຶອນຈຳທີ່ ຊ່ານດິເອໂກ ລັດຄາຣິຟໍເນຍເປັນເທື່ອທຳອິດ ຫຼັງ ຈາກຖືກຈັບແຍກກັນກວ່າ 20ປີ



ເອຣິກ ເມເນນເດສ ປະຈຸບັນອາຍຸ 47 ປີ ແລະ ໄລ ເມເນນເດສ ອາຍຸ 50 ປີ ໂດຍຕ້ອງໂທດ ຈຳຄຸກຕະຫຼອດຊີວິດ ຈາກຄະດິສະເທືອນໃຈ ທີ່ກໍ່ຂື້ນເມື່ອປີ ຄ.ສ 1989  ຫຼື ພ.ສ 2535 ຕອນທີ່ຍັງອາຍຸ 18 ແລະ 21ປີ ທັ້ງສອງຂ້າພໍ່ແມ່ ທ້າວໂຈເຊ ແລະ ນາງ ຄິດຕີ້ເມເນນເດສ ເສຍຊີວິດຄາບ້ານພັກຫຼູໃນ ເບຟເວີຣີຮິວ ລັດຄາຣິຟໍເນຍ



ໂຣເບີດ ແລນ ນັກຂ່າວທີ່ຕິດຕາມຄະດີນີ້ມາຕັ້ງແຕ່ອະດີດ ແລະ ເປັນທີ່ປຶກສາຜູ້ຜະລິດລາຍການເຈາະຄະດີຂອງສອງອ້າຍນ້ອງນີ້ເຜີຍວ່າ ນາທີທີ່ສອງອ້າຍນ້ອງໄດ້ພົບໜ້າກັນ ຕ່າງຄົນຕ່າງຮ້ອງໄຫ້ອອກມາດ້ວຍຄວາມດີໃຈ




ເທີຣີ້ ທັອນຕັ້ນ ໂຄສົກສະຖານດັດສັນດານໄດ້ກ່າວວ່າ ຈາກນີ້ໄປນັກໂທດທັ້ງສອງພົບປະກັນໄດ້ ລວມເຖິງພົບກັບນັກໂທດຜູ້ອື່ນໆໄດ້

ອ້າຍນ້ອງເມເນນເດສຖືກຈັບແຍກກັນຕັ້ງແຕ່ປີ 2539 ຫຼັງຈາກຮ່ວມກັນກໍ່ຄະດີຄາດຕະກຳສະເທືອນໃຈ ແລະ ຊັອກກັນທົ່ວປະເທດ  ພໍ່ຂອງທັ້ງສອງຄົນເປັນຜູ້ບໍລິຫານກິດຈະການບັນເທິງ ຂອງຮັອນລີວູູດຖືກຍິງດ້ວຍປືນສັ້ນ 6 ນັດ ສ່ວນແມ່ຖືກຍິງ 10 ນັດ ທົ່ວຮ່າງກາຍໂດຍອຳພາງວ່າເປັນຜູ້ອື່ນລົງມືທັ້ງສອງຖືກຈັບຫຼັງຈາກມີແມ່ຍິງທີ່ເປັນແຟນຂອງຈິດຕະແພດເຈົ້າຂອງໄຂ້ຂອງທ້າວ ເອຣິກ ເມເນນເດສ ເຂົ້າແຈ້ງຄວາມກັບຕຳຫຼວດວ່າຖືກເອຣິກ ຂົ່ມຂູ່ຈະທຳຮ້າຍແຟນຕົນ ການສອບສວນຂອງຕຳຫຼວດໄດ້ເປິດເທັບການສົນທະນາ ລະຫວ່າງຈິດຕະແພດກັບເອຣິກເລື່ອງຈື່ງໄດ້ເຜີຍອອກມາ ເພາະທ້າວເອຣິກໄດ້ເວົ້າເຖິງການຂ້າພໍ່ແມ່ກັບຈິດຕະແພດຜູ້ນີ້


ໄອຍະການລະບຸວ່າ ທັ້ງສອງກໍ່ເຫດເພາະຫວັງຄອບຄອງມໍລະດົກຂອງພໍ່ແມ່ມູນຄ່າຫຼາຍລ້ານ ໂດລ້າ ຂະນະທີ່ທະນາຍທັ້ງສອງໄດ້ພະຍາຍາມສູ້ຄະດີວ່າລູກຄວາມທຳໄປເພື່ອແກ້ແຄ້ນທີ່ຖືກພໍ່ຂອງຕົນລ່ວງລະເມີດທາງເພດ ແຕ່ເຫດນິ້ສານພິຈາລະນາວ່າ ຟັງບໍ່ຂື້ນ ເນື່ອງຈາກບໍ່ສາມາດພິສູດຫຼັກຖານໃດໆໄດ້
Powered by Blogger.