ບໍ່ຕ້ອງຮ້ອງພະນັກງານ! “ໂຕະອັດສະລິຍະ” ສຸດໄຮເທັກອອກແບບໜ້າພິດຊ້າໄດ້ດ້ວຍຕົວເອງ (ຄລິບ)


ດຽວນີ້ເວລາໄປກິນອາຫານທີ່ຮ້ານແລ້ວມີໜ້າຈໍໄວ້ໃຫ້ສຳພັດສັ່ງອາຫານໄດ້ເລີຍໂດຍທີ່ບໍ່ຕ້ອງຮ້ອງພະນັກງານ ຖືກວ່າທັນສະໄໝແລ້ວ ແຕ່ວັດຕະກຳໃນຄລິບນີ້  ເອີ້ນໄດ້ວ່າຍິ່ງເພີ່ມຄວາມໄຮເທັກຫຼາຍຂຶ້ນໄປອີກ


ໂດຍໃນຄລິບ ເປັນໂຕະອັດສະລິຍະຈາກຮ້ານພິດຊ້າຫັດ ທີ່ຈະເປັນການສັ່ງອາຫານໃນອານາຄົດ ເຊິ່ງໂຕະດັ່ງກ່າວ ເປັນໜ້າຈໍສຳພັດ ທີ່ລູກຄ້າສາມາດດີຊາຍໜ້າພິດຊ້າໄດ້ດ້ວຍໂຕເອງ

ນອກຈາກນີ້ໂຕະອັດສະລິຍະຍັງສາມາດຈົດຈຳລູກຄ້າໄດ້ຢ່າງອັດຕະໂນມັດ ຜ່ານການເຊື່ອມຕໍ່ໂທລະສັບ ເຂົ້າກັບໂຕະແລະທີ່ເຈັງຄືລູກຄ້າຍັງສາມາດຫຼິ້ນເກມໄປເພິນໆ ລະຫວ່າງຖ້າພິດຊ້າອີກດ້ວຍ



ທັ້ງນີ້ພິດຊ້າຫັດກຳລັງເຮັດວຽກຮ່ວມກັບ Chatoic Moon Studios ໃນການພັດທະນາໂຕະດັ່ງກ່າວໃຫ້ເກີດຂື້ນຢ່າງແທ້ຈີງ

Powered by Blogger.