“ອີໂອະ” ພູເຂົາໄຟເທິງເກາະຄິວຊູ ທາງໃຕ້ຂອງຍີ່ປຸ່ນ ລະເບີດເທື່ອທຳອິດໃນຮອບ 250 ປີ
ເມື່ອວັນທີ່ 20 ເມສາ ພູເຂົາໄຟ “ອີໂອະ” ເຊິ່ງຢູ່ໃນກຸ່ມພູເຂົາຄິຣິຊິມາ ເທິງເກາະຄິວຊູ ທາງໃຕ້ຍີ່ປູນ ລະເບີດເທື່ອທຳອິດໃນຮອບ 250 ປີ ຫຼື ຕັ້ງແຕ່ປີ 1768
ສົ່ງກຸ່ມຄວັນແລະຂີ້ເຖົ່າພູເຂົາໄຟສູ່ທ້ອງຟ້າ ເຈົ້າໜ້າທີ່ສັ່ງຂະຫຍາຍຂອບເຂດຫ້າມເຂົ້າອ້ອມແອ້ມພູເຂົາໄຟ ເພື່ອຄວາມປອດໄພເຖິງວ່າການລະເບີດຈະເບົາບາງລົງແລ້ວກໍ່ຕາມ
ດ້ານສຳນັກງານແຜ່ນດິນໄຫວຂອງຈີນຮັບການແຈ້ງເຫດແຜ່ນດິນໄຫວຂະໜາດ 6,5 ແມັກນິຈູດ ທີ່ມົນທົນຊິນຈຽງ ແລະ ມົນທົນຍູນານຜິດພາດ ໂດຍແຈ້ງໃນເວບໄຊທ໌ດົນ 1 ຊົ່ວໂມງ ກ່ອນຈະລົບອອກ ລະບຸເປັນການທົດສອບລະບົບ ແຕ່ຫຼຸດສູ່ສະຖານະໂດຍບໍ່ໄດ້ຕັ້ງໃຈ