ໄທ-ອາເມຣິກາ ຈັດອົບຮົມເລື້ອງການເບິ່ງແຍງໂຕລີ່ນເທື່ອທຳອິດໃນປະເທດໄທ
ກົມອຸດທະຍານແຫ່ງຊາດສັດປ່າແລະພັນພືດຮ່ວມກັບອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະຣັດ (ຢູເອສເອດ) ອົບຮົມເຊີ່ງປະຕິບັດການທີ່ອຸດທະຍານແຫ່ງຊາດເຂົາໃຫຍ່ ລະຫວ່າງວັນທີ່ 18-20 ເມສາ ເລື່ອງການເບີ່ງແຍງໂຕລີ່ນເທື່ອທຳອິດໃນປະເທດໄທ ຄາດຫວັງເພີ່ມອັດຕາການລອດຕາຍຂອງໂຕລີ່ນເມື່ອຖືກປ່ອຍຄືນສູ່ທຳມະຊາດພ້ອມເຮັດຄູ່ມືສຳລັບງານພາກສະໜາມໃຫ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈຳແນກໂຕລີ່ນໄດ່ງາຍ ດັ່ງນັ້ນ ໂຕລີ່ນຖືວ່າເປັນສັດລ້ຽງລູກດ້ວຍນ້ຳນົມທີ່ຖືກລັກລອບຄ້າຢ່າງຜິດກົດໝາຍຫລາຍທີ່ສຸດໃນໂລກ ມີຄວາມອ່ອນໄຫວຕໍ່ຄວາມ ຄຽດຫລາຍ ແລະ ຄາດວ່າເຫຼືອຢູ່ໃນທຳມະຊາດປະມານ 50,000ໂຕເທົ່ານັ້ນ