ສະຫະຣັດ ຢຸດຍິງຂີປະນາວຸດຖະຫຼົ່ມຊີເຣຍ ເຜີຍເສຍຊີວີດ 3 ຄົນ


ສະຫະຣັດ ຍຸຕິຍິງຂີປະນາວຸດໂຈມຕີສາງເກັບອາວຸດເຄມີຂອງກອງທັບຊີເຣຍ ລາຍງານເຜີຍມີຜູ້ເສຍຊີວິດ 3 ຄົນ


ວັນທີ 14 ເມສາ 2018 ສື່ຂ່າວຕ່າງປະເທດລາຍງານວ່າ ຣັດຖະບານສະຫະຣັດອາເມຣິກາ ໄດ້ສັ່ງຍຸຕິຍິງຂີປະນາວຸດ ໂຈມຕີຊີເຣຍແລ້ວ ຫຼັງຈາກຕອນເຊົ້າຕາມເວລາທ້ອງຖິ່ນ ປະນາທິບໍດີ ໂດນັລ ທຣັ້ມ ໄດ້ອອກຖະແຫຼງການຜ່ານທາງໂທລະພາບປະກາດເປີດປະຕິບັດການທະຫານໂຈມຕີຊີເຣຍ


ໂດຍການໂຈມຕີດັ່ງກ່າວ ເປັນຄວາມເຫັນພ້ອມກັນຂອງຊາດພັນທະມິດ ນັ້ນກໍ່ຄືອັງກິດ ແລະ ຝຣັ່ງ ເພື່ອຕອບໂຕ້ຣັດຖະບານຊີເຣຍທີ່ໃຊ້ອາວຸດເຄມີໂຈມຕີທາງອາກາດໃນເມືອງດູມາ ພື້ນທີ່ຍຶດຄອງຂອງກຸ່ມກະບົດ ໃນເຂດພູຕາເວັນອອກ ຈົນມີພົນລະເມືອງເສຍຊີວິດກວ່າ 70 ຄົນ ແລະ ບາດເຈັບຈຳນວນຫຼາຍຮ້ອຍຄົນ ເມື່ອວັນທີ 7 ເມສາ ທີຜ່ານມາ ການໂຈມຕີຂອງສະຫະຣັດ ແລະ ຊາດພັນທະມິດເທື່ອນີ້ ຫວັງຖະຫຼົ່ມສາງເກັບອາວຸດເຄມີຂອງກອງທັບຊີເຣຍ

ຂະນະທີ່ຣັດຖະບານຊີເຣຍ ເຜີຍຂໍ້ມູນວ່າມີຜູ້ເສຍຊີວິດຈາກການຖືກໂຈມຕີເທື່ອນີ້ ຈຳນວນ 3 ຄົນ ໂດຍລາຍງານລະບຸວ່າທາງການໄດ້ຮັບຊາບວ່າຈະມີການໂຈມຕີຈາກສະຫະຣັດ ແລະ ຊາດພັນທະມິດຈາກຂ່າວຂອງສານຣັດເຊຍ ຈຶ່ງໄດ້ມີການອົບພະຍົບປະຊາຊົນອອກນອກເມືອງໄປ 1 ມື້ກ່ອນໜ້ານີ້ ແລະ ລະບົບປ້ອງກັນຂີປະນາວຸດກໍ່ສາມາດຍິງສະກັດຂີປະນາວຸດຂອງສະຫະຣັດໄວ້ໄດ້
Powered by Blogger.