ສາວໄທ ອາຍຸ 38 ປີ ແຄ້ນຖືກຜົວອັງກິດບອກເລີກ ໃຊ້ມີດແທງອາການສາຫັດ


ສາວຊາວໄທ ອາຍຸ 38 ປີ ແຄ້ນທີ່ຜົວບອກເລີກ ຄວ້າມີດແທງ ຟຸບຄາຫ້ອງພັກ ແຕ່ສຸດທ້າຍໜີບໍ່ລອດ ຖືກຕຳຫຼວດນຳຈັບທັນ


ນາງ ວາດສະໜາ ການດີ ອາຍຸ 38 ປີ ຖືກຕຳຫຼວດເມືອງພັດທະຍາຈັບຫຼັງໃຊ້ມີດປອກໝາກໄມ້ແທງທ້າວຟູເລີ້ ຄິມ ອາຍຸ 67 ປີ ສັນຊາດອັງກິດ ບາດເຈັບສາຫັດ ພາຍໃນຫ້ອງພັກ ທີ່ເມືອງພັດທະຍາ ຂອງມື້ວານ


ຫຼັງເກີດເຫດໃນມື້ດຽວກັນ ຕຳຫຼວດຟ້າວໄລ່ລ້າຈັບຕົວທີ່ໄດ້ເບາະແສ ຈົນພົບຜູ້ກໍ່ເຫດຫຼົບໜີບໍ່ໄກຈາກຈຸດເກີດເຫດໃນສະພາບໂຕເປື້ອນເລຶອດ ມີບາດແຜຖືກຂອງມີຄົມບາດທີ່ຟາມືຊາຍ


ຜູ້ກໍ່ເຫດຮັບສາລະພາບວ່າ ຄົບຫາກັບຜົວມາ 3 ປິ ແຕ່ໄລຍະຫຼັງຜູ້ເປັນຜົວຕີໂຕອອກຫ່າງ ແລະກ່ອນເກີດເຫດມາບອກເລີກແລ້ວໄລ່ອອກຈາກຫ້ອງ ຈຶ່ງໂມໂຫ ໃຊ້ມີດແທງທີ່ທ້ອງ 1 ແຜ ຈົນເກີດການຕໍ່ສູ້ກັນ ເຮັດໃຫ້ຕົນເອງຖືກມີດບາດທີ່ມື  ຈາກນັ້ນເຫັນຜູ້ເປັນຜົວຟຸບລົງກັບພື້ນແລ້ວໜິ້ງໄປ ຈຶ່ງຟ້າວປ່ຽນເສື້ອແລະໜີອອກມາ



ລ່າສຸດພົນຕຳຫຼວດຕຣີ ນັນທະຊາດ ສຸກມົງຄຸນ ຜູ້ບັງຄັບການຕຳຫຼວດພູທອນຈັງຫວັດຊົນບູລີ ເຂົ້າຢ້ຽມຢາມຜູ້ບາດເຈັບເຊຶ່ງພົ້ນຂີດອັນຕະລາຍແລ້ວ




Powered by Blogger.