ບ່າວອິນເດຍເກັບສົບແມ່ໃນຕູ້ແຊ່ແຂງ ດົນເຖິງ 3 ປີ
ຕຳຫຼວດອິນເດຍຈັບກຸມລູກຊາຍແຊ່ສົບແມ່ໂຕເອງໄວ້ໃນຕູ້ແຊ່ແຂງດ້ວຍສານເຄມີດົນເຖິງ 3 ປີ
ວັນທີ່ 6 ເມສາ 2018 ບີບີຊີລາຍງານຂ່າວວ່າ
ຕຳຫຼວດໃນເມືອງໂກລກາຕາ ປະເທດອິນເດຍ ໄດ້ຈັບກຸມທ້າວ Subhabrata Majumdar ຫຼັງຈາກພົບວ່າລາວໄດ້ເກັບສົບແມ່ໄວ້ຕູ້ເຢັນເຖິງ
3 ປີ
ດ້ວຍການໃຊ້ເຄມີເກັບຮັກສາຮ່າງກາຍ
"ເຮົາພົບຮ່າງຂອງຍິງຄົນໜຶ່ງນອນຢູ່ໃນຕູ້ແຊ່ແຂງຂະໜາດໃຫຍ່
ໂດຍຖືກເກັບໄວ້ດ້ວຍສານເຄມີຫຼາຍສະນິດ" ຕຳຫຼວດກ່າວເພີ່ມຕື່ມວ່າ ຍັງພົບຊິ້ນສ່ວນຂອງຮ່າງກາຍໃນພາຊະນະອີກດ້ວຍ
ຢ່າງໃດກໍ່ຕາມ ທ້າວ Subhabrata
ເຮັດວຽກເປັນນັກເຄື່ອງໜັງ
ເຊິ່ງອາດເປັນສ່ວນໜຶ່ງທີ່ເຮັດໃຫ້ລາວເຂົ້າເຖິງສານເຄມີທີ່ຈຳເປັນໃນການເກັບຮັກສາໄດ້
ຕາມລາຍງານລະບຸວ່າ ຫຼັງຈາກແມ່ຂອງທ້າວ Subhabrata
ເສຍຊີວິດເມື່ອ
ເມສາ 2015
ຄອບຄົວເລືອກທີ່ຈະບໍ່ເຜົາສົບນາງ ແຕ່ເລືອກເກັບໄວ້ໃນຕູ້ແຊ່ແຂງ
ຂະໜາດໃຫຍ່ທີ່ໄວ້ໃຊ້ສຳຫຼັບແຊ່ກະແລັ້ມ