ຮືຮາ! ຂຸດເຈິເສົາສະໄໝສົງຄາມໂລກ 500 ທ່ອນ ພໍ່ຕູ້ບອກທີ່ມາຂອງມັນ



ຊາວບ້ານຂຸດເຈິເສົາສະໄໝສົງຄາມໂລກໄມ້ 500 ທ່ອນ ພໍ່ຕູ້ອາຍຸ 98 ປີ ຊ່ວຍໄຂປິດສະໜາເລົ່າທີ່ມາຂອງໄມ້ເຫຼົ່ານີ້.



(6 ເມສາ) ຜູ້ລາຍງານຂ່າວໄປກວດສອບບໍໍລິເວນວັດສອງອ້າຍນ້ອງ (ພະອາລາມຫຼວງ) ອຳເພີສອງອ້າຍນ້ອງ ຈັງຫວັດສຸພັນລູລີ ຫຼັງຈາກທີ່ໄດ້ຮັບແຈ້ງວ່າ ທາງວັດຂຸດພົບເສົາໄມ້ກວ່າ 500 ຕົ້ນ ອາຍຸກວ່າ 80 ປີ ຄາດວ່າຈະເປັນໄມ້ຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີສອງ ພົບວ່າເດີ່ນຫຍ້າຢູ່ທາງຫນ້າໂຮງຮຽນວັດສອງອ້າຍນ້ອງ. ພື້ນທີ່ປະມານ 4 ໄຮ່. ລົດແມັກໂຄຂະໜາດໃຫຍ່ ກຳລັງຂຸດດິນທີ່ມີໄມ້ປັກລັກສະນາເປັນຄືເສົາເຂັມຢູ່ຈຳນວນຫຼາຍ. ແລະມີກອງໄມ້ຂະໜາດໃຫຍ່ປະມານ 500 ທ່ອນ ທີ່ລົດແມັກໂຄຊຸດຂຶ້ນມາກອງກັນແລ້ວຈຳນວນຫຼາຍ ເຊິ່ງເສົາໄມ້ທີ່ຖືກຂຸດພົບ ສ່ວນຫຼາຍເປັນໄມ້ເຕັງ ໄມ້ຄຽມ ໄມ້ແດງ ແລະ ໄມ້ດູ່ ເຊິ່ງເປັນໄມ້ເນື້ອແຂງ ສະພາບສົມບູນ ມີຄວາມຍາວປະມານ 3-4 ແມັດ ເສັ້ນຜ່າສູນກາງ 40-50 ຊມ


ຈາກການສອບຖາມໂດຍທ່ານເຍື່ອ ນຸດຊິລິ, ອາຍຸ 98 ປີ, ອະດີດຄູຂອງໂຮງຮຽນວັດສະຫວ່າງອາລາມ ຕຳບົນບ້ານກຸ່ມ ອຳເພີ ສອງອ້າຍນ້ອງ ເວົ້າວ່າເມື່ອລາວມີອາຍຸ 18 ປີ, ປະມານ 1989 ໃນຊ່ວງປາຍສົງຄາມໂລກຄັ້ງທີ 2 ຈົນສົງຄາມເລີ່ມສະຫງົບລົງ ພະວິບູນ ເມທາຈານ ອາດີດເຈົ້າອາວາດວັດສອງອ້າຍນ້ອງສະໄໝນັ້ນ ໄດ້ໃຫ້ຊ່າງຊາວຍີ່ປຸ່ນແລະຄົນໄທ. ມາຊ່ວຍກະກຽມເພື່ອສ້າງໂຮງຮຽນ. ໂດຍນຳເສົາໄມ້ມາຈາກຕະຫຼາດບາງລີ ອຳເພີສອງອ້າຍນ້ອງ ເຊິ່ງເປັນທ່າເຮືອໃຫຍ່. ສະໄໝນັ້ນຈະໃຊ້ການລ່ອງເຮືອນຳໄມ້ມາຈາກອຳເພີອູ່ທອງ ເສົາໄມ້ສ່ວນຫລາຍມີຊາວບ້ານໄດ້ບໍລິຈາກຫລາຍກວ່າ 1000 ຕົ້ນ ເມື່ອກ່ອນໄດ້ຕຽມການກໍ່ສ້າງໂຮງຮຽນຈຶ່ງຕ້ອງນຳເສົາໄມ້ມາຕອກເປັນເສົາເຂັມຈຳນວນຫຼາຍ


ຕໍ່ມາໄດ້ຂາດເງິນໃນການສ້າງຕໍ່ ປະກອບກັບພະວິບູນ ເມທາຈານ ເຈົ້າອາສາດວັດສະໄໝນັ້ນ ມີອາການເຈັບປ່ວຍ ຈຶ່ງໄດ້ຢຸດການກໍ່ສ້າງໄປ ແລະ ເສົາໄມ້ທີ່ຕອກເປັນເສົາເຂັມແລ້ວນັ້ນ ຈຶ່ງຖືກດິນທັບຖົມໄປ ອາຍຸກວ່າ 80 ປີ ລ່າສຸດຊາວບ້ານໄດ້ຮູ້ວ່າມີເສົາໄມ້ຢູ່ບ່ອນຈຸດນີ້ຈຳນວນຫຼາຍ ຈຶ່ງໄດ້ປະສານກັບທາງວັດນຳລົດແມັກໂຄຂຸດເອົາເສົາເຂັມຂຶ້ນມາ ເພື່ອນຳໄມ້ມາເຮັດປະໂຫຍດສ່ວນລວມຕໍ່ໄປ
Powered by Blogger.