ດາລາດັງ ບັອນລີວູ້ດ ຖືກຕັດສິນແລ້ວຕິດຄຸກ 5 ປີ ! ຂໍ້ຫາລ່າສັດ ກວາງເຂົາກຽວ ຊະນິດໃກ້ສູນພັນ
ບີບີຊີລາຍງານວ່າ ເມື່ອວັນທີ່ 5 ເມສາ ສານເຂດໂຍດປູຣະ
ຣັດລາດສະຖານ ປະເທດອິນເດຍ ຕັດສິນໃຫ້ທ້າວ ຊັນມານ ຂ່ານ ນັກສະແດງຊື່ດັງຂອງບັອນລີວູ້ດມີຄວາມຜິດຕາມຂໍ້ກ່າວຫາລ່າແບັກບັກ
ຫຼື ແອນທິໂລບອິນເດຍ ສັດປ່າຊະນິດຫາຫຍາກ 2 ໂຕ ໃນປີ 2541 ຕ້ອງໂທດຈຳຄຸກ 5 ປີ
ກ່ອນໜ້າທີ່ສານຈະຕັດສິນ ພະເອກລຸ້ນໃຫຍ່ຄົນດັງເຄີຍສຳພາດກັບ ເອັນດີທີວີ ເຖິງເຫດການທີ່ຖືກກ່າວຫາວ່າ ຕົນພຽງເຫັນລູກກວາງ ກໍ່ເລີຍຢຸດລົດແລ້ວໂຍນຂະໝົມໃຫ້ເທົ່ານັ້ນ
ການຕັດສິນເທື່ອນີ້ເຮັດໃຫ້ທາງການຣັດລາດສະຖານຕ້ອງລະດົມກຳລັງເຈົ້າໜ້າທີ່ຕຳຫຼວດຫຼາຍຮ້ອຍນາຍ ເພື່ອອາລັກຂາຄວາມປອດໄພໃນພື້ນທີ່ອ້ອມສານ ເນື່ອງຈາກມິບັນດາແຟນໆ ຂອງທ້າວ ຂ່ານ ຈຳນວນຫຼາຍເດີນທາງມາຊຸ່ມນຸມ ເພື່ອເປັນກຳລັງໃຈໃຫ້ທ້າວຂ່ານ ແຕ່ຂະນະດຽວກັນຍັງມີກຸ່ມຕໍ່ຕ້ານພາກັນສະຫຼອງຄຳຕັດສິນ
ຊັນມານ ຂ່ານ ອາຍຸ 52 ປີ ເປັນຄົນດັງຂອງບັອນລີວູ້ດຕັ້ງແຕ່ເປັນບ່າວ
ມີລາຍໄດ້ສູງຕິດອັນດັບທຳອິດຂອງໂລກ ສ້າງລາຍໄດ້ເຖິງ 37 ລ້ານດອນລ້າສະຫະຣັດ ຫຼື ກວ່າ 1,100 ລ້ານບາດ ເມື່ອປີ 2560 ຈາກການເປັນນັກຮ້ອງ ນັກສະແດງ
ພິທີກອນ ແລະໂປດິວເຊີ້ ແຕ່ກໍ່ມີເລື່ອງອັບອາຍມາຫຼາຍເທື່ອ ເມື່ອເດືອນທັນວາ 2558 ເຄີຍພົ້ນຂໍ້ກ່າວຫາຕຳແລ້ວໜີ
ຫຼັງຈາກຕົກເປັນຂ່າວ ທີ່ຂັບລົດຕຳຊາຍພະເນຈອນເສຍຊີວິດໃນປີ 2545 ສ່ວນເມື່ອປີ 2560
ໄດ້ພົ້ນຂໍ້ກ່າວຫາລ່າສັດອີກກໍລະນີໜຶ່ງ