ເສົ້າໃຈ! ຊາຍນິລະນາມຕົກລົດໄຟຖືກລາກໄປໄກກ່ວາ 1.5 ກມ ຂາຂາດ 2 ຂ້າງດັບຄາທີ່
ໃນວັນທີ່ 6 ເມສາ ຮ້ອຍຕຳຫຼວດໂທ
ມັຜົນ ຈິລາວຸດ ສອບຖາມ ສະຖານີຕຳຫຼວດເມືອງສະເຊີງເຊົາ
ຮັບແຈ້ງເຫດມີຄົນຕົກລົດໄຟເສຍຊິວິດ ບໍລິເວນສະຖານີລົດໄຟຄອງເປງຈື່ງປະສານເຈົ້າໜ້າທີ່ໜ່ວຍກູ້ໄພສະເຊີງເຊົາພ້ອມອາສາສະໝັກເຂົ້າກວດສອບທີ່ເກິດເຫດ
ທີ່ເກິດເຫດພົບຜູ້ເສຍຊິວິດຫ່າງຈາກສະຖານີລົດໄຟຄອງເປງປະມານ 1.5 ກມ ຕຳບົນ ຄອງເປງ ອຳເພີເມືອງ
ຈັງຫວັດສະເຊີງເຊົາ ເປັນຊາຍອາຍຸປະມານ 50-60 ປີ
ນອນເສຍຊິວິດຂ້າງລາງລົດໄຟ ນຸ່ງເສື້ອແຂນຍາວສີຟ້າລາຍສະກ໊ອດຊ້ອນເສື້ອຄໍກົມສີຂາວ, ໂສ້ງຂາສັ້ນສີຂາວຫຼຸດອອກຈາກໂຕເຫຼືອແຕ່ໂສ້ງຊ້ອນໃນ
ສະພາບຂາທັງ 2 ຂ້າງຂາດ
ມີບາດແຜຕາມຕົນໂຕ ກວດສອບພາຍໃນໂຕບໍ່ພົບເອກະສານໃດໆ
ທ່ານ ສິດທິສັກ ຫວັງກະເສມ ເຈົ້າໜ້າທີ່ປະຈຳສະຖານີລົວໄຟຄອງເປງ ບອກວ່າ
ໂຕເອງໄດ້ຮັບແຈ້ງຈາກເຈົ້າໜ້າທີ່ລົດໄຟ ຂະບວນທີ່ 275 ຕົ້ນທາງກຸງເທບມະຫານະຄອນ ປາຍທາງອາລັນຍະປະເທດ
ວ່າຫຼັງອອກຈາກສະຖານີ ມີຜູ້ຕົກລົດໄຟບໍລີເວນຈຸດເກິດເຫດ
ໂດຍຜູ້ເສຍຊີວິດໄດ້ພະຍາຍາມຈັບຮາວແລະດັນໂຕຂື້ນແຕ່ບໍ່ສາມາດຂື້ນໄດ້
ກ່ອນຈະຖືກລົດໄຟທັບຂາທັ້ງ 2
ຂ້າງຈົນທົນເຈັບບາດບໍ່ໄຫວຈົນເສຍຊີວິດ
