ມູນຄ່າສົ່ງອອກ ”ປາແດກ” ປີລະ 800 ລ້ານບາດ



ວັນທີ່21 ເມສາ 2018 ສື່ຂ່າວລາຍງານວ່າ ຫຼັງຣາດຊະກິດຈານຸເບກສາ ປະກາດຄວບຄຸມມາດຕະຖານ ປາແດກ ດ້ານທ່ານພິສານ ພົງສາພິດ ຮອງເລຂາທິການສຳນັກງານມາດຕະຖານສິນຄ້າກະເສດ ແລະ ອາຫານແຫ່ງຊາດ ກະຊວງກະເສດແລະສະຫະກອນ ເປີດເຜີຍວ່າ ປັດຈຸບັນໄທຜະລິດປາແດກສູງເຖິງ 40,000 ໂຕ້ນ ຕໍ່ປີ ລາຍໄດ້ລວມ 800 ລ້ານບາດ

ທັງສົ່ງອອກຕະຫຼາດກຸ່ມອາຊຽນແລະຢູໂຣບ ມູນຄ່າຫຼາຍສິບລ້ານບາດ ແລະ ຍັງຂະຫຍາຍໂຕຕໍ່ເນື່ອງ ແຕ່ທີ່ຜ່ານມາບໍ່ມີເກນກຳໜົດຄຸນນະພາບທີ່ຍອມຮັບໄດ້ສຳຫຼັບໃຊ້ອ້າງອີງ ການຊື້ຂາຍທາງ ມກອຊ ແລະ ໜ່ວຍງານທີ່ກ່ຽວຂ້ອງຈຶ່ງຈັດເຮັດມາດຕະຖານສິນຄ້າກະເສດເລື່ອງ ປາແດກ ຂຶ້ນເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ການໃຊ້ເປັນເຄື່ອງມືອ້າງອີງໃນການຄ້າເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກທັງໃນແລະຕ່າງປະເທດເຊິ່ງຈະສົ່ງຜົນຕໍ່ການຂະຫຍາຍຕະຫຼາດຜະລິດຕະພັນປາແດກຂອງໄທໃຫ້ເຕີບໃຫຍ່ຍິ່ງຂຶ້ນ

ທັງນີ້ ສຳຫຼັບ ຂໍ້ກຳໜົດເກນຄຸນນະພາບ ໄດ້ແກ່ ລັກສະນະທົ່ວໄປ ສີ ກິ່ນ ແລະ ລົດຊາດ ທັງຍັງກຳໜົດປະລິມານເກືອ ຫຼື ໂຊດ້ຽມຄໍໄລ ໃນປາແດກ ຕ້ອງບໍ່ໜ້ອຍກວ່າ 18 ເປີເຊັນ ໂດຍນ້ຳໜັກ ເຊິ່ງເປັນປະລິມານທີ່ສາມາດຍັບຍັ້ງການຈະເລີນຂອງຈຸລິນຊີທີ່ກໍ່ໂລກໄດ້ ນອກນັ້ນ ຕ້ອງບໍ່ພົບພະຍາດໂຕຈືດ ແລະ ໂຕອ່ອນພະຍາດໃບໄມ້ໃນຕັບ ແລະ ຕ້ອງບໍ່ມີສິ່ງແປກປອມ ເຊັ່ນ ເສັ້ນຜົມ ດິນ ຊາຍ ຫິນ ລວມເຖິງແມງໄມ້ ມອດ ຂົນສັດ ແລະ ສິ່ງສົກກະປົກອື່ນໆ
Powered by Blogger.