ສະຫຼົດ ນັກທ່ອງທ່ຽວຈີນດຶກໝາກຫິນໃສ່ຈິ່ງໂຈ້ສວນສັດຈົນໄຕແຕກຕາຍ ອີກໂຕບາດເຈັບ



ຈິ່ງໂຈ້ໃນສວນສັດແຫ່ງໜຶ່ງໃນເມືອງທາງໃຕ້ຂອງປະເທດຈີນ ຖືກນັກທ່ອງທ່ຽວດຶກຫິນໃສ່ເພື່ອໃຫ້ມັນເໜັງຕີງ ຈົນໄດ້ຮັບບາດເຈັບຈົນຕາຍ


ສຳນັກຂ່າວໂກບອນ ໄທມ໌ ລາຍງານເມື່ອ 20 ເມສາ ວ່າຊ່ວງເດືອນທີ່ຜ່ານມາ ຈິ່ງໂຈ້ 2 ໂຕ ໃນສວນສັດ ເມືອງຟູໂຈ ມົນທົນຝູຈ້ຽນ ຖືກນັກທ່ອງທ່ຽວດຶກຫິນໃສ່ຫຼາຍເທື່ອ ໂດຍຈິ່ງໂຈ້ອາຍຸ 12 ປີ ຖືກກ້ອນຫິນເຮັດໃຫ້ຕີນຊ້າຍຂອງມັນໄດ້ຮັບບາດເຈັບ ແລະ ອີກກ້ອນເຮັດໃຫ້ໄຕຂອງມັນແຕກ ຈົນເປັນເຫດໃຫ້ແກ່ຄວາມຕາຍ ຂະນະທີ່ຈິ່ງໂຈ້ເພດຜູ້ອາຍຸ 5 ປີ ພຽງມີບາດແຜຢູ່ຕີນຂວາເທົ່ານັ້ນ

ເຈົ້າໜ້າທີ່ສວນສັດບອກສື່ວ່າ ນັກທ່ອງທ່ຽວດຶກຫິນໃສ່ຈິ່ງໂຈ້ເພື່ອປຸກໃຫ້ພວກມັນຕື່ນ ເຖິງວ່າພວກເຂົາພະຍາຍາມຫາທາງປ້ອງກັນດ້ວຍການນຳກ້ອນຫິນອອກຈາກພື້ນທີ່ແລະຕິດຕັ້ງກ້ອງວົງຈອນປິດແລ້ວກໍ່ຕາມ ແຕ່ບັນຫາກໍ່ຍັງເກີດຂຶ້ນຕໍ່ເນື່ອງ ພວກຜູ້ໃຫຍ່ ກຸ່ມນີ້ເຫັນຈິ່ງໂຈ້ຫຼັບຢູ່ຈຶ່ງໄດ້ຈັບກ້ອນຫິນມາດຶກໃສ່ມັນ ພະນັກງານຊື່ ຈາງ ບອກ ເຮົານຳຫິນອອກຈາກພື້ນທີ່ໝົດແລ້ວ ແຕ່ພວກເຂົາກໍ່ໄປຫາມາຈາກທີ່ອື່ນ ໜ້າລັງກຽດອີ່ຫຼີ

ທັງນີ້ ຈິ່ງໂຈ້ໃນສວນສັດແຫ່ງນີ້ບໍ່ແມ່ນສັດຊະນິດດຽວທີ່ຕົກຢູ່ໃນອັນຕະລາຍ ເພາະທຸກໆມື້ວັນຢຸດເທດສະການ ບັນດາລີງແລະໝີດຳມັກຈະລົ້ມປ່ວຍດ້ວຍບັນຫາການຍ່ອຍອາຫານ ເພາະນັກທ່ອງທ່ຽວນຳຂະໜົມເຄັກໃຫ້ພວກມັນກິນ ແຕ່ຕອນນີ້ຍັງບໍ່ມີການດຳເນີນຄະດີໃດໆ ກັບນັກທ່ອງທ່ຽວພວກນັ້ນເລີຍ

Powered by Blogger.