ສະຫະຣັດປະຫານຊີວິດນັກໂທດອາຍຸຫຼາຍທີ່ສຸດ "ກໍ່ຄະດີຂ້າຜູ້ພິພາກສາ"
ທາງການຣັດແອລະບາມາປະຫານຊີວິດນັກໂທດອາຍຸ
83 ປີ ເຊິ່ງກໍ່ຄະດີສັງຫານຜູ້ພິພາກສາ ແລະ ທະນາຍຄວາມເມື່ອເກືອບ
30 ປີທີ່ແລ້ວ ຖືເປັນນັກໂທດອາຍຸຫຼາຍທີ່ສຸດເຊິ່ງຖືກປະຫານຊີວິດ
ນັບຕັ້ງແຕ່ສານສູງສຸດຂອງສະຫະຣັດຟື້ນບົດລົງໂທດເມື່ອປີ 1976
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເບີມິງແຮັມ
ຣັດແອລະບາມາ ປະເທດສະຫະຣັດອາເມຣິກາ ເມື່ອວັນທີ່ 20 ເມສາ
ວ່າສຳນັກງານໄອຍາການສູງສຸດແຫ່ງຣັດແອລະບາມາອອກມາຖະແຫຼງການເມື່ອວັນພະຫັດວ່າ
ເຈົ້າໜ້າທີ່ປະຈຳສູນຄຸມຂັງພິເສດວິນລ້ຽມ ຊີ. ໂຮແມນ ໃນເມືອງແອັດມໍທາງຕອນໃຕ້ຂອງຣັດແອລະບາມາ
ໄດ້ປະຫານຊີວິດ ທ້າວວໍເທີ້ ລີຣອຍ ມູດີ ດ້ວຍການສີດຢານອນຫຼັບທີ່ມີລິດແຮງທີ່ສຸດເຂົ້າສູ່ກະແສເລືອດ
ແລະ ນັກໂທດກໍ່ເສຍຊີວິດເວລາ 20:42 ຕາມເວລາທ້ອງຖິ່ນ
ທັງນີ້ ມູດີ
83 ປີ ເຊິ່ງຢືນຢັນປະຕິເສດທຸກຂໍ້ກ່າວຫາຈົນນາທີສຸດທ້າຍຂອງຊີວິດ
ແລະ ກາຍເປັນນັກໂທດທີ່ອາຍຸຫຼາຍທີ່ສຸດຂອງສະຫະຣັດ ເຊິ່ງເຂົ້າຮັບການປະຫານຊີວິດ
ນັບຕັ້ງແຕ່ສານຮ້ອງຟ້ອງໃນເມືອງວໍຊິງຕັນ ຮື້ຟື້ນບົດລົງໂທດປະຫານຊີວິດເມື່ອປີ 1976 ທຳລາຍສະຖິຕິທ້າວ ຈອນ ນິກສັນ
ນັກໂທດປະຫານຊີວິດຂອງຣັດມິສຊິສຊິບປີ ເຊິ່ງເຂົ້າຮັບການປະຫານຊີວິດໃນໄວ 77 ປີ
ສານສູງສູດຂອງຣັດແອລະບາມາພິພາກສາໃຫ້ມູດີຮັບໂທດປະຫານປີ
1997 ຈາກຂໍ້ຫາຂ້າຜູ້ອື່ນໂດຍຄາດການໄວ້ແລ້ວ ໂດຍສັງຫານຜູ້ພິພາກສາ
ໂຣເບີດ ແວນ ອາຍຸ 58 ປີ ຜູ້ພິພາກສາສານອຸທອນຣັດຖະບານກາງໃນເດືອນທັນວາ ປີ 1989
ດ້ວຍການສົ່ງລະເບີດທີ່ອຳພາງໂດຍການສົ່ງໄປໃນຮູບແບບເຄື່ອງຈາກໄປສະນີ ແລະ 2 ມື້ຕໍ່ມາກໍ່ໃຊ້ວິທີດຽວກັນໂດຍໃຊ້ສັງຫານທ້າວ ໂຣເບີດ
ໂຣເບິນສັນ ທະນາຍຄວາມສິດຖິກຂອງຄົນຜິວສີ ໃນເມືອງຊາແວນນາ ໃນຣັດຈໍເຈຍ