ນັກວິທະຍາສາດເຜີຍຄວາມລັບ " ຊົບເຜົາທະເລ " ດຳນ້ຳໄດ້ເລິກໂດຍບໍ່ໃຊ້ອຸປະກອນໃດໆ

'
ນັກວິທະຍາສາດເຜີຍເບື້ອງຫລັງຄວາມສາມາດຂອງຊາວບາຈາວ ຊົນເຜົາທະເລໃນເອເຊຍຕະເວັນອອກສຽງໃຕ້ ທີ່ສາມາດກັ້ນຫາຍໃຈໄດ້ເປັນເວລາດົນກວ່າປົກກະຕິ


 ຂະນະທີ່ດຳນ້ຳເລິກກວ່າ 10 ແມັດ ເພື່ອຫາປາໃນທະເລ ໂດຍອາໄສແຕ່ນ້ຳໜັກໂຕ ໜ້າກາກໄມ້ ແລະການຫາຍໃຈເອົາອາກາດພຽງເທື່ອດຽວລວມທັ່ງບໍ່ຕ້ອງໃຊ້ອຸປະກອນຊ່ອຍຫາຍໃຈ ເຊິ່ງຄວາມສາມາດດັງກ່າວນີ້ມາຈາກວິວັດທະນາການຕາມທຳມະຊາດ



ນັກວິທະຍາສາດເປີດເຜີຍໃນວາລະສານ Cell ກ່ຽວກັບການໄຂປິດສະໜາເທື່ອນີ້ ໂດຍໃຊ້ເບາະແສຈາກງານວິໄຈວ່າດ້ວຍແມວນ້ຳທີ່ສາມາດດຳນ້ຳໄດ້ດົນເນື່ອງຈາກມີມ້າມທີ່ໃຫຍ່ກວ່າປົກກະຕິ ເຊິ່ງເຮັດໜ້າທີ່ເກັບແຊວເມັດເລືອດແດງທີ່ລຳລຽງອົກຊີແຊນຈາກນັ້ນຈື່ງໃຊ້ເຄື່ອງອັດຕາຊາວົນວັດຂະນາດມ້າມຂອງຊາວບາຈາວ ຈຳນວນ 43 ຄົນແລະປຽບທຽບກັບຂະນາດມ້າມຂອງຊາວຊາລວນ


 ຊື່ງເປັນຊົນເຜົາກະເສດຕະກອນ ພົບວ່າມ້າມຂອງຊາວບາຈາວມີຂະນາດໃຫຍ່ກວ່າມ້າມຊາວຊາລວນກວ່າ 50%  ເມື່ອຫົວຈົມລົງໃນນ້ຳ ອະໄວຍະວະຈະມີການຫົດໂຕ ແລະມ້າມທີ່ໃຫຍ່ຂື້ນກໍ່ຈະຊ່ອຍໃຫ້ແຊວເມັດເລືອດແດງທີ່ລຳລຽງອົກຊີແຊນຈຳນວນຫລາຍຂື້ນຈະຖືກປ້ຳເຂົ້າສູ່ລະບົບໄຫຼວຽນໂລຫິດ ເຮັດໃຫ້ມີອົກຊີແຊນໄປລ້ຽງອະໄວຍະວະຕ່າງໆ ເຊັ່ນ ສະໝອງ ຫົວໃຈ ແລະປອດຫລາຍຂື້ນ ເຮັດໃຫ້ຊາວບາຈາວສາມາດຢູ່ໃຕ້ນ້ຳໄດ້ດົນຂື້ນນັ້ນເອງ



ແບບໃດກໍ່ຕາມ ຈາກການວິເຄາະພົບວ່າ ປະກົດການນີ້ບໍ່ໄດ້ມາຈາກຄວາມບັງເອີນ ແຕ່ເປັນການປັບຕົວຕາມທຳມະຊາດທີ່ເກີດຂື້ນຕາມທິດສະດີການຄັດສັນໂດຍທຳມະຊາດ ( Natural Selection )



ນອກຈາກນີ້ ການຄົ້ນພົບເທື່ອນີ້ຍັງເພື່ອແພປະໂຫຍດທາງການແພດ ໂດຍຊ່ອຍໃຫ້ຜູ້ຊ່ຽວຊານສາມາດລະບຸຕົວຜູ້ປ່ວຍທີ່ອາດຈະມີຄວາມສ່ຽງທີ່ຈະເສີຍຊີວິດ ຫາກພວກເຂົາປະສົບພາວະຂາດອົກຊີແຊນເຊັ່ນ ໃນຂະນະທີ່ຜ່າຕັດ
Powered by Blogger.