ຮູບປັ້ນຫິນທີ່ວັດຈີນກາຍເປັນເນັດໂອດອລ ຊາວເນັດບອກເປັນບັນພະບູຫຼຸດ “ໂດເຣມອນ”


ຮູບປັ້ນສິງສະໄໝຣາດສະວົງໝິງ ພາຍໃນວັດແຫ່ງໜຶ່ງກາຍເປັນກະແສວ່າເປັນເນັດໄອດອລ ເຊິ່ງຊາວເນັດບອກວ່າເປັນ “ບັນພະບູຫຼຸດ” ຂອງໂດເຣມອນ


ເວບໄຊທ໌ຂ່າວປະເທດຈີນລາຍງານວ່າ ໜຶ່ງໃນຮູບປັ້ນສິງກວ່າ 100 ໂຕທີ່ຕັ້ງສະຫງ່າຢູ່ພາຍໃນວັດເຫວິນມ່ຽວ ເມືອງໄທ່ຫຍວນ ມົນທົນຊານຊີ ເຊິ່ງຖືກເກັບລວມມາຈາກບ້ານໃນສະໄໝຣາດຊະວົງໝິງ ແລະ ຊິງ ກາຍເປັນເນັດໄອດລອ ເນື່ອງຈາກຖືກສ້າງຂຶ້ນມາເປັນເວລາຍາວນານ ຈຶ່ງເຮັດໃຫ້ພຸພັງປ່ຽນລັກສະນະແລະໃບໜ້າກາຍເປັນວ່າເບິ່ງແລ້ວເປັນຕາຮັກ ຈົນຖືກຊາວເນັດຂະໜານາມວ່າເປັນ “ບັນພະບູຫຼຸດ” ຂອງ “ໂດເຣມອນ” ໂຕກາຕູນຍີ່ປຸ່ນຊື່ດັງຂວັນໃຈເດັກນ້ອຍທົ່ວໂລກ


 ຮູບປັ້ນສິງ ເປັນສິ່ງທີ່ມັກໃຊ້ປະດັບຕົກແຕ່ງໃນສິ່ງປູກສ້າງຂອງຈີນສະໄໝບູຮານ ສ້າງຈາກກ້ອນຫິນ ນິຍົມນຳມາວາງໄວ້ໜ້າປະຕູບ້ານ ຄະລຶຫາດ ຣາດຊະວັງ ແລະ ປ່າຊ້າ ໃຊ້ຂັບໄລ່ສິ່ງທີ່ບໍ່ດີ ສິ່ງອັບປະມົງຄົນ ໂດຍຮູບປັ້ນສິງທີ່ເກົ່າແກທີ່ສຸດແມ່ນຮູບປັ້ນສິງໜ້າສຸສານ ເກົາອີ໋ ຂອງຣາດຊະວົງຮັ໋ນຕາເວັນອອກ


Powered by Blogger.