“ເຟສບຸ໊ກ” ເຜີຍໄຕຣມາດສ໌ທຳອິດປີ 2018 ໃຊ້ AI ຈັດການບລ໊ອກເນື້ອຫາ “ກຸ່ມກໍ່ການຮ້າຍ” 1,9 ລ້ານອັນ


ສື່ສັງຄົມອອນໄລນ໌ລາຍໃຫຍ່ທີ່ສຸດຂອງໂລກແບບ “ເຟສບຸ໊ກ” ຖະແຫຼງຄວາມຄືບໜ້າການໃຊ້ປັນຍາປະດິດ (ເອໄອ) ຊ່ອຍຄົ້ນຫາ ແລະ ຈັດການເນື້ອຫາທີ່ກ່ຽວຂ້ອງກັບ “ຜູ້ກໍ່ການຮ້າຍ” ໃນແພລດຟອມຂອງບໍລິສັດ

ໂດຍລະບຸວ່າ ໄຕຣມາດສ໌ທຳອິດຂອງປີນີ້ ມີການນຳສະເໜີເນື້ອຫາຂອງກຸ່ມຣັດອິດສະລາມ (ໄອເອສ) ແລະ ກຸ່ມອັນກໍອິດະເທິງເຟສບຸ໊ກຫຼາຍເຖິງ 1,9 ລ້ານອັນ ເຊິງອັດຕາເພີ່ມຂື້ນເທົ່າໂຕຈາກຊ່ວງດຽວກັນຂອງປີກ່ອນ ໂດຍທາງເຟສບຸ໊ກໄດ້ຖອດເນື້ອຫາດັງກ່າວອອກເກືອບໝົດ ແລະ ບາງສ່ວນໄດ້ຕິດຄຳເຕືອນໃນການເຂົ້າເຖິງເນື້ອຫາໄວ້ນຳ

ທັງນີ້ ຍັງມີການໃຊ້ຊອບແວຣ໌ໃນການກວດກາຈັບພາບທີ່ກ່ຽວຂ້ອງກັບກຸ່ມກໍ່ການຮ້າຍແລະ ສາມາດຖອດເນື້ອຫາທີ່ຫາກໍ່ອັບໂຫຼດລົງເທິງແພລດຟອມ ໄດ້ໄວວາພາຍໃນບໍ່ຮອດ 1 ນາທີ

ສຳຫຼັບຄວາມພະຍາຍາມຈັດການເນື້ອຫາທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ຖືເປັນຄວາມພະຍາຍາມທີ່ອົງກອນສື່ອອນໄລນ໌ລາຍໃຫຍ່ຕ້ອງການເປີດເຜີຍລະບົບການເຮັດວຽກຫຼາຍຂຶ້ນກວ່າເກົ່າ ຫຼັງພົບກັບບັນຫາກໍລະນີຂໍ້ມູນຜູ້ໃຊ້ 87 ລ້ານລາຍຮົ່ວໄຫຼໄປເຖິງມືຂອງ Cambridge Analytica ເພື່ອໃຊ້ປະໂຫຍດທາງການເມືອງໂດຍບໍ່ໄດ້ຮັບອະນຸຍາດ ເມື່ອຕົ້ນເດືອນເມສາທີ່ຜ່ານມາ ໂດຍຊີອີໂອຜູ້ກໍ່ຕັ້ງແບບ “ມາກ ຊັກເກີເບີກ” ໄດ້ໃຫ້ການຕໍ່ສະພາສະຫະຣັດໃນກໍລະນີດັ່ງກ່າວ
Powered by Blogger.