ຈີນທົດລອງແລ່ນລົດໄຟຄວາມໄວສູງເຊື່ອມເກາະຮ່ອງກົງ



ຈີນທົດລອງລົດໄຟຄວາມໄວສູງໃຫມ່ "ກວາງໂຈວ - ເຊີນເຈີ້ນ - ຮ່ອງກົງ" ຢ່າງເປັນທາງການ. ກ່ອນເປີດໃຊ້ໃນເດືອນກັນຍາ.

ຈີນທົດລອງລົດໄຟຄວາມໄວສູງໃຫມ່ "ກວາງໂຈວ - ເຊີນເຈີ້ນ - ຮ່ອງກົງ" ໃນມື້ວານນີ້, ໂດຍມີໄລຍະທາງທັງຫມົດຂອງ 140 ກິໂລແມັດຖືກແບ່ງອອກເປັນ 4 ສະຖານີ, ເຊິ່ງສາມສະຖານີທໍາອິດແມ່ນຢູ່ໃນຈີນແຜ່ນດິນໃຫຍ່, ຄື ສະຖານີກວ່າງໂຈໃຕ້ (Guangzhou South Station), ສະຖານີເສິນເຈິ້ນເໜືອ (Shenzhen North Station), ສະຖານີເສິນເຈິ້ນຟູ່ຖຽນ (Shenzhen Taoyuan Station) ແລະ ອີກສະຖານີໜຶ່ງແມ່ນເກົ໋າລູຕາເວັນຕົກ (Kowloon West Station). ຢູ່ໃນເກາະຮ່ອງກົງ


ລົດໄຟສາຍນີ້ຈະຊ່ວຍໃຫ້ການເດີນທາງໃນກວາງຕຸ້ງ. ເຊິ່ງຢູ່ພາກໃຕ້ຂອງຈີນໄປຫາເກາະຮ່ອງກົງ ສະດວກວ່ອງໄວຂຶ້ນຫຼາຍ. ໂດຍຖ້າເດີນທາງຈາກເກາະຮ່ອງກົງໄປຫາເມືອງເສິນເຈີ້ນ ໃນກວາງຕຸ້ງ ມັນຈະໃຊ້ເວລາປະມານ 15 ນາທີ ໃນຂະນະທີ່ຈາກເກາະຮ່ອງກົງ ໄປຫາເມືອງກວາງໂຈວ. ເມືອງເອກຂອງກວາງຕຸ້ງ ໃຊ້ເວລາປະມານ 45 ນາທີສໍາລັບໄລຍະການທົດລອງ. ລົດໄຟຈະແລ່ນທຸກໆມື້ໂດຍບໍ່ມີຜູ້ໂດຍສານແລະແວະຈອດທັງ 4 ສະຖານີ
ນອກຈາກນີ້ລົດໄຟຄວາມໄວສູງດັ່ງກ່າວຍັງເຊື່ອມຕໍ່ກັບເຄືອຂ່າຍ ລົດໄຟຄວາມໄວສູງຂອງຮ່ອງກົງ. ເຊິ່ງລົດໄຟສາຍນີ້ເປັນເຄືອຄ່າຍລົດໄຟຄວາມໄວສູງ ຂະໜາດໃຫຍ່ທີ່ສຸດໃນໂລກ ຕອກຢ້ຳການເປັນສູນກາງການຄົມມະນາຄົມໃນພູມິພາກຂອງຮ່ອງກົງ ແລະ ຄາດວ່າຈະເຮັດໃຫ້ເສດຖະກິດຮ່ອງກົງຄຶກຄັກຍິ່ງຂຶ້ນ


Powered by Blogger.