ແຜ່ນດິນໄຫວທີ່ໂບລິເວຍ 6.6 ແມັກນິຈູດຜູ້ຄົນແຕກຕື່ນ
ເກີດແຜ່ນດິນໄຫວຮຸນແຮງວັດໄດ້ 6.6 ແມັກນິຈູດເມື່ອເຊົ້າວັນຈັນທີ່ຜ່ານມາໃນປະເທດໂບລິເວຍ ຍັງບໍ່ພົບລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບ ແຕ່ເຮັດໃຫ້ປະຊາຊົນແຕກຕື່ນຟ້າວໜີລົງມາຈາກອາຄານສູງເຊິ່ງຮູ້ສຶກໄດ້ໄກຮອດປະເທດເບຣຊິລ
ສຳນັກຂ່າວຣອຍເຕີ້ລາຍງານຈາກປະເທດໂບລິເວຍ ເມື່ອວັນທີ 3 ເມສາ ເຮັດໃຫ້ອາຄານສູງເກີດການສັ່ນໄກວ ແຕ່ຍັງບໍ່ພົບລາຍງານຄວາມເສຍຫາຍຮຸນແຮ ຫຼື ຜູ້ບາດເຈັບຫຼັງຜ່ານໄປ 2 ຊົ່ວໂມງນັບຕັ້ງແຕ່ເກີດແຜ່ນດິນໄຫວ ແຕ່ທາງຫໍສັງເກດການກ່ຽວກັບແຜ່ນດິນໄຫວຂອງໂບລິເວຍວັດແຮງສັ່ນສະເທືອນຈາກແຜ່ນດິນໄຫວໄດ້ 6.6 ແມັກນິຈູດ ຂະນະທີ່ສຳນັກງານສຳຫຼວດທໍລະນີວິທະຍາສະຫະຣັດວັດໄດ້ 6.8 ແມັກນິຈູດ
ໂດຍສຸນກາງຢູ່ເລິກລົງໄປໃຕ້ດິນ 557 ກິໂລແມັດ. ແລະຫ່າງ
300 ກະໂລແມັດ
ທາງຕາເວັນອອກສຽງໃຕ້ຂອງເມືອງຊູຄຣີເມືອງໃນເຂດເທືອກເຂົາສູງທາງຕອນໃຕ້ຂອງໂບລິເວຍ