ເຄີຍເຫັນບໍ່? ເຕົ່າພັ້ງ ໂຄດເທ້ທີຄວີນແລນ ກ່ອນຖືກຈັດເປັນສັດໃກ້ສູນພັນ


ເຕົ່າພັ້ງ ສັດປະຈຳຖິ່ນຂອງຄວີນແລນ ປະເທດອອສຕາລີ ຖືກຈັດຢູ່ໃນບັນຊີສັດໃກ້ສູນພັນ



ເຕົ່າແມ່ນ້ຳແມຣີ້ ເຕົ່ານ້ຳຈືດທີ່ມີຊົງຜົມຕັ້ງຊົງພັ້ງສີຂຽວ ແລະ ຫາຍໃຈໄດ້ທາງອະໄວຍະວະເພດ ໄດ້ຂຶ້ນທະບຽນເປັນ 1 ໃນສັດເລືອຄານສ່ຽງໃກ້ສູນພັນ ຕາມບັນຊີຂອງສະມາຄົມສັດວິທະຍາເມືອງລອນດອນ ໂດຍເຕົ່າຊະນິດນີ້ ເປັນສັດປະຈຳຖິ່ນທີ່ອາໄສໃນແມ່ນ້ຳແມຣີ້ ໃນຣັດຄວີນແລນຂອງອອສຕາລີ ມັກມີສາຫຼ່າຍຂຶ້ນປົກຄຸມບໍລິເວນສ່ວນຫົວ ຈົນເບິ່ງຄືມີຜົມສີຂຽວຄືຊາວພັ້ງ ນອກຈາກນີ້ມັນຍັງມີຕິ່ງເນື້ອ ທີ່ຄືກັບນິ້ວ ງອກຍາວອອກມາກ້ອງຄາງ


ເຕົ່າແມ່ນ້ຳແມຣີ້ ເປັນສັດທີ່ຫາຍໃຈໄດ້ທາງທະວານລວມ ເຊິ່ງເປັນຊ່ອງເປີດທີ່ໃຊ້ງານທັງໃນການຂັບຖ່າຍແລະປະສົມພັນ ໂດຍຈະມີອະໄວຍະວະໃຊ້ຫາຍໃຈຄ້າຍຄືເຫືອກປາຢູ່ພາຍໃນຊ່ອງເປີດນີ້ ເຮັດໃຫ້ມັນສາມາດເຊື່ອງໂຕຢູ່ໃຕ້ນ້ຳໄດ້ດົນເຖິງເທື່ອລະ 3 ມື້



ເນື່ອງຈາກຮູບລັກສະນະທີ່ແປກຕາແລະນິໄສບໍ່ດຸຮ້າຍ ເຮັດໃຫ້ເຕົ່າແມ່ນ້ຳແມຣີ້ຖືກຈັບໄປເປັນສັດລ້ຽງ ໂດຍຄົນນິຍົມລ້ຽງເຕົ່າຊະນິດນີ້ຢ່າງຫຼວງຫຼາຍ ໃນຊ່ວງທົດສະວັດ 1960-1970 ເຮັດໃຫ້ມັນຖືກຈັດເປັນສັດເລືອຄານທີ່ສ່ຽງໃກ້ຈະສູນພັນລຳດັບທີ່ 30 ໃນບັນຊີລາຍຊື່ສັດເລືອຄານ



ມີເອກກະລັກທາງວິວັດທະນາການແລະສ່ຽງສູນພັນຂອງໂລກ ຫຼື EDGE (ເອຈ) ເຊິ່ງຈັດທຳໂດຍສະມາຄົມສັດວິທະຍາເມືອງລອນດອນ ສ່ວນສັດເລືອຄານທີ່ໃກ້ສູນພັນຫຼາຍທີ່ສຸດເປັນອັນດັບທຳອິດໃນບັນຊີນີ້ຄື ເຕົ່າຫົວໃຫຍ່ມາດາກາສກາ
Powered by Blogger.