ໜ້າສັງເວດ ຍີລາບຄໍຕິດຫງ່າໄມ້ດຶງບໍ່ອອກ ຕາຍກາງສວນສັດຈີນ


ເດລີເມ - ຍີລາບດັງໂຕໜຶ່ງຂອງສວນສັດຈີນ ຕ້ອງມາຕາຍຢ່າງໜ້າເສົ້າ ຫຼັງຄໍຂອງມັນໄປຕິດລະຫວ່າງຫງ່າໄມ້ສອງຫງ່າ ດົົນຫຼາຍຊົ່ວໂມງ ແລະ ເຖິງວ່າເຈົ້າໜ້າທີ່ຈະຊ່ວຍອອກມາໄດ້ ແຕ່ສຸດທ້າຍກໍ່ຕ້ອງອຳລາໂລກນີ້ໄປໃນເວລາຕໍ່ມາ


ໄຫ່ຊົງ ເປັນຍີລາບເພດຜູ້ອາຍຸ 10 ປີໃຊ້ຊີວິດຢູ່ໃນສວນສັດຄຸນໝິງ ເມືອງເອກຂອງມົນທົນຍູນນານ ທາງຕາເວັນຕົກສຽງໃຕ້ຂອງຈີນ ມາດົນເຖິງ 5 ປີ ຈົນມາຕາຍໃນກໍລະນີແວດລ້ອມອັນແສນປະຫຼາດໃນອາທິດນີ້

ລາຍງານຂ່າວລະບຸວ່າ ປົກກະຕິແລ້ວໄຫ່ຊົງມັກອອກມາຖູຫຼັງຖູໂຕເອງກັບຕົ້ນໄມ້ຢູ່ເປັນປະຈຳ ແຕ່ເທື່ອນີ້ເກີດພາດ ຫົວ ແລະ ລຳຄໍອັນແສນຍາວຂອງມັນເຂົ້າໄປຕິດຢູ່ລະຫວ່າງຫງ່າໄມ້

ເຈົ້າໜ້າທີ່ສວນສັດໃຊ້ຂັ້ນໃດປີນຂຶ້ນໄປງັດຫົວຂອງມັນອອກ ແຕ່ບໍ່ສຳເລັດເພາະຫົວມັນຕິດແນ້ນເກີນໄປ ຈາກນັ້ນຈຶ່ງຕັດສິນໃຈໃຊ້ເລື່ອຍໄຟຟ້າຕັດຫງ່າໜຶ່ງຖິ້ມ ຢູ່ກາງສາຍຕາຂອງຜູ້ຄົນຈຳນວນຫຼາຍທີ່ຍືນເປັນກຳລັງໃນຢູ່ຫ່າງໆ


ໃນວີດີໂອຍັງຖ່າຍໃຫ້ເຫັນວ່າໃນຂະນະທີ່ຫງ່າໄມ້ຖືກຕັດລົງ ແລະ ຫົວຂອງຍີລາບຫຼຸດອອກເຮັດໃຫ້ຫົວຂອງມັນຟາດຖືກເຈົ້າໜ້າທີ່ຄົນໜຶ່ງຈົນເຮັດໃຫ້ຜູ້ນັ້ນໝົດສະຕິໄປເລີຍ

ເຈົ້າໜ້າທີ່ສວນສັດຄຸນໝິງພະຍາຍາມປະຖົມພະຍາບານດ້ວຍການກົດໜ້າເອິກ ໃນຂະນະທີ່ໄຫ່ຊົງກໍ່ພະຍາຍາມໂງຫົວຂຶ້ນມາລຸກຂຶ້ນຍືນ ແລະ ສຸດທ້າຍມັນກໍ່ໄດ້ເສຍຊີວິດໃນເວລາຕໍ່ມາ ຈາກການບາດເຈັບຮຸນແຮງຂອງຄໍ

ທາງຄຸນໝິງກຳລັງສຶບສວນວ່າເຫດເກີດຂຶ້້ນແນວໃດ
Powered by Blogger.