ຊ໊ອກເປັນແຖວ!!! ສາມລໍ້ລືມດຶງກະແຈອອກ ເຈິໝາລັກລົດຊິ້ງ ແລ່ນຕຳຮ້ານໂທລະສັບໝຸ່ນເບິດ


ເມື່ອ 22 ເມສາ ທີ່ຜ່ານມາເວບໄຊທ໌ຂ່າວສານອອນໄລນ໌ຕ່າງປະເທດລາຍງານວ່າ ເກີດເຫດສຸດລະທຶກ ທີ່ເມືອງໄທ່ຊິ່ງ ມົນທົນຈຽງຊູ ຂະນະທີ່ລົດສາມລໍ້ຄັນໜຶ່ງແລ່ນຕຳຮ້ານຂາຍໂທລະສັບມືຖື ເຊິ່ງຈາກການສັງເກດໃນຕອນທຳອິດພົບວ່າ ລົດສາມລໍ້ຄັນນີ້ບໍ່ມີຄົນຂັບແລະຜູ້ໂດຍສານນັ່ງມານຳ ເຮັດໃຫ້ຜູ້ຄົນໃນແຖວນັ້ນເກີດຄວາມມຶນງົງຢ່າງໜັກ ແຕ່ຫຼັງຈາກນັ້ນໄດ້ພົບໝາໂຕໜຶ່ງກຳລັງເຄື່ອນໄຫວໄປມາຫຼັງພວງມາໄລ



ຢ່າງໃດກໍ່ຕາມຈາກການສອບສວນພະນັກງານຮ້ານຂາຍໂທລະສັບມືຖືບອກວ່າ ລົດສາມລໍ້ຄັນດັ່ງກ່າວເປັນຂອງເຈົ້າຂອງແຜງຂາຍໝາກໄມ້ທີ່ຕິດຢູ່ກັບຮ້ານ ໂດຍເຈົ້າຂອງລົດສາມລໍ້ຄັນນີ້ຈອດຖິ້ມໄວ້ແຄມທາງ ແຕ່ລືມປົດກະແຈອອກ ຈົນມີໝາໂຕໜຶ່ງປີນຂຶ້ນລົດແລ້ວພາດໄປຢຽບຄັນເລັ່ງໄປຕຳທະລຸປະຕູເຂົ້າໄປໃນຮ້ານຂາຍໂທລະສັບມືຖືຈົນໄດ້ຮັບຄວາມເສຍຫາຍຢ່າງໜັກ
Powered by Blogger.