ໂຈນສຸດປືກ! ລັກລົດແຕ່ໃສ່ເກຍຖອຍບໍ່ເປັນ ຖືກເຈົ້າຂອງລົດເອົາຄືນຢ່າງສະໃຈ (ຄລິບ)
ເມື່ອວັນທີ 28 ເມສາ
ລາຍງານເຫດການການລັກລົດທີ່ລົງເອີຍແບບພີກຜັນໂດຍມີກ້ອງວົງຈອນປິດ ບັນທືກໄວ້ໄດ້ທາງຕາເວັນອອກຂອງນະຄອນໂຈຮັນເນດເບີກ
ປະເທດອາຟຮິກາໃຕ້ເມື່ອກຸ່ມໂຈນຕິດອາວຸດຂັບລົດສີຂາວມາຈອດແຄມທາງແລ້ວຕັ້ງໜ້າຍ່າງເຂົ້າໄປໃນບ່ອນຈອດລົດເພື່ອຈະລັກລົດເຮືອນນັກທຸລະກິດກັບເມຍ
ແຕ່ໂຈນຫາເກຍຖອຍບໍ່ເຫັນຈື່ງຟ້າວກັບໄປລົດໂຕເອງ ແຕ່ກໍ່ຍັງບໍ່ທັນໜີໄປໃສ
ຈື່ງຖືກສອງຜົວເມຍຂັບລົດໂຕເອງສີດຳຖອຍອອກມາຕຳລົດກຸ່ມໂຈນຢ່າງແຮງກ່ອນຊິອອກໂຕໄປລ້ຽວລົດແລ້ວກັບມາຕຳຊ້ຳລົດຂອງພວກໂຈນຢ່າງແຮງໆອີກຄັ້ງໃຫ້ເຊົາແຄ້ນ
ຄລິບດັ່ງກ່າວໄດ້ບັນທືກໃນຊ່ວງຫົວຄ່ຳບໍລິເວນຟານ ໄດຣ ປາກ ໃນບ໊ອກເບີກ ແຖວອີດລັນ
ທາງຕາເວັນອອກຂອງນະຄອນເນດເບີກ