ຫວາດສຽວ! ຊາຍໜຸ່ມຄິດຂ້າໂຕຕາຍ ແຕ່ເມົາຫຼັບບ່ອນດາດຟ້າເສຍກ່ອນ
ຊາຍຫນຸ່ມເມົາຫຼັບທີ່ດາດຟ້າຊັ້ນ 29 ຜູ້ພົບເຫັນຟ້າວແຈ້ງຕຳຫຼວດ ຜູ້ກ່ຽວເຜີຍຄິດຂ້າໂຕຕາຍແຕ່ເມົາຈົນຫຼັບເສຍກ່ອນ
ສື່ຂ່າວຕ່າງປະເທດລາຍງານວ່າຕຳຫຼວດເມືອງຊີອານ ປະເທດຈີນ ໄດ້ຮັບແຈ້ງວ່າມີຊາຍພະຍາຍາມຂ້າໂຕຕາຍຢູ່ເທິງດາດຟ້າຂອງຕຶກທີ່ພັກອາໄສ ສູງເຖິງ 29 ຊັ້ນ ເມື່ອຕຳຫຼວດເດີນທາງໄປເຖິງພົບຊາຍໜຸ່ມດັ່ງກ່າວຫຼັບສະໜິດຢູ່ເທິງດາດຟ້າ ສ້າງຄວາມຫວາດສຽວໃຫ້ຜູ້ພົບເຫັນເປັນຢ່າງຫຼວງຫຼາຍ
ຈາກພາບຈະເຫັນວ່າຖ້າຊາຍໜຸ່ມພິກຄີງພຽງໜ້ອຍດຽວກໍ່ຈະເຮັດໃຫ້ລາວຕົກລົງຈາກຕຶກເຊິ່ງມີຄວາມສູງຫຼາຍກວ່າ
100 ແມັດເລີຍ
ແຕ່ຈັ່ງໃດກໍ່ຕາມ
ຖືເປັນເຄາະດີຂອງລາວທີ່ນອນຫຼັບສະໜິດເຮັດໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອລາວລົງມາຈາກບໍລິເວນດັ່ງກ່າວ