ເກີດເຫດເຮືອບິນຕຳກັນທີ່ສະໜາມບິນໃນສະຫະຣັດ ດັບຢ່າງໜ້ອຍ 2 ສົບ


ເກີດເຫດເຮືອບິນໂດຍສານ 2 ລຳ ຕຳກັນທີ່ສະໜາມບິນໃນຣັດອິນດີແອນາ ສະຫະຣັດອາເມຣິກາ ເບື້ອງຕົ້ນພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ


ສຳນັກງານຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຮືອບິນໂດຍສານ 2 ລຳ ຕຳກັນທີ່ສະໜາມບິນເມືອງແມຣຽນ (Marion Municipal Airport) ໃນຣັດອິນດີແອນາ ສະຫະຣັດອາເມຣິກາ ເວລາປະມານ 15:30 ວັນທີ່ 2 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຂະນະທີ່ຍັງບໍ່ຮູ້ຈຳນວນຊັດເຈນຂອງຜູ້ບາດເຈັບ ສ່ວນສາເຫດຍັງຢູ່ລະຫວ່າງເຈົ້າໜ້າທີ່ກຳລັງກວດສອບ

ສື່ຂ່າວຣັດເຊຍລາຍງານອ້າງອີງເຖິງຣັດຖະບານທ້ອງຖິ່ນ ລະບຸ ເຈົ້າໜ້າທີ່ຢັ້ງຢືນວ່າ ເຮືອບິນນ້ອຍສ່ວນໂຕທີ່ປະສົບອຸບັດຕິເຫດໄຟລຸກໄໝ້ຂຶ້ນຫຼັງຈາກການຕຳກັນ ຂະນະທີ່ເຮືອບິນອີກລຳໜຶ່ງເຊິ່ງມີຂະໜາດໃຫຍ່ກວ່າໄດ້ຮັບຄວາມເສຍຫາຍບໍລິເວນສ່ວນຫາງ ພ້ອມຍັງເປີດເຜີຍວ່າ ຂະນະທີ່ເກີດເຫດເປັນຊ່ວງທີ່ເຮືອບິນລຳໜຶ່ງກຳລັງຈະບິນຂຶ້ນ ແລະ ອີກລຳໜຶ່ງກຳລັງຈະຈອດລົງ
Powered by Blogger.