ເກີດເຫດລະເບີດຂ້າໂຕຕາຍ ທີ່ສູນລົງທະບຽນຜູ້ໃຊ້ສິດທິເລືອກຕັ້ງໃນເມືອງຄາບູ
ເກິດເຫດລະເບີດຂ້າໂຕຕາຍທີ່ສູນລົງທະບຽນຜູ້ໃຊ້ສິດທິເລືອກຕັ້ງໃນເມືອງຄາບູ ເມືອງຫລວງຂອງອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 31 ຄົນ ຕາມລາຍງານຂອງເຈົ້າໜ້າທີ່ໃນທ້ອງຖີ່ນ ນອກຈາກນີ້ຍັງມີຜູ້ໄດ້ຮັບບາດເຈັບກວ່າ 50 ຄົນ ຈາກລະເບີດທີ່ເກີດຂຶ້ນບໍລິເວນທາງເຂົ້າສູນລົງທະບຽນທາງຝັ່ງຕາເວັນຕົກຂອງເມືອງຄາບູ ເຊິ່ງມີຊຸມຊົນທີ່ຢືນຖ້າຢູ່ຈຳນວນຫຼາຍ ກຸ່ມໄອເອສໄດ້ອ້າງຜ່ານສຳນັກຂ່າວອາມັກ ຂອງຕົນເອງວ່າເປັນຜູ້ລົງມືກໍ່ເຫດຄັ້ງນີ້ເອງ
" ຈຳນວນຜູ້ເສຍຊີວິດຈາກເຫດການຮ້າຍມື້ນີ້ສູງເຖີງ 31 ຄົນ ແລະອີກ 54 ຄົນໄດ້ຮັບບາດເຈັບເຫຍື່ອທັ້ງໝົດເປັນພົນລະເຮືອນ
ຊື່ງມີທັງຜູ້ຍິງແລະເດັກນ້ອຍ " ທ້າວນາຈີບ ດານິດ ໂຄສົກກະຊວງມະຫາດໄທອັບການິສະຖານ
ບອກຜ່ານຂໍ້ຄວາມທາງເຟສບຸກ
ຣັດຖະມົນຕຣີວ່າການກະຊວງມະຫາດໄທຂອງອັບການິສະຖານ
ກຸ່ມໄອເອແລະຕາລີບັນ
ກຳລັງມຸ່ງເປົ້າໂຈມຕີພົນລະເຮືອນເພື່ອກໍ່ຄວາມວຸ້ນນວາຍແລະຍຸຍົງໃຫ້ປະຊາຊົນຕໍ່ຕ້ານຣັດຖະບານ
ອັບການິສະຖານຫາກໍ່ເປິດໃຫ້ປະຊາຊົນລົງທະບຽນຜູ້ໃຊ້ສິດທິເລືອກຕັ້ງໃນເດືອນນີ້
ສຳຫລັບການເລືອກຕັ້ງສະມາຊີກສະຖານິຕິບັນຍັດທີ່ຈະເກິດຂື້ນໃນເດືອນຕຸລາ
ຊື່ງຖືກເບີ່ງວ່າເປັນບົດທົດສອບກ່ອນການເລືອກຕັ້ງປະທານາທິບໍດີໃນປີໜ້າ ໂດຍນັບຕັ້ງແຕ່ເປີດໃຫ້ລົງທະບຽນ
ໄດ້ເກີດເຫດໂຈມຕີສູນລົງທະບຽນຮ່ວມແລ້ວຢ່າງໜ້ອຍ 4 ເທື່ອ ຂະນະທີ່ການຮັກສາຄວາມປອດໄພຍັງຄົງເປັນບັນຫາທີ່ສ້າງຄວາມກັງວົນໃຫ້ກັບທັງຣັດຖະບານແລະປະຊາຊົນ