ພັດທະນາເອນໄຊ ເພື່ອຍ່ອຍສະຫຼາຍພາສຕິກ




ປັດຈຸບັນມີຂີ້ເຫຍື້ອຫຼາຍກວ່າ 8,000 ລ້ານໂຕ້ນຖືກຖິ້ມລົງສູ່ມະຫາສະໝຸດໂລກທຸກໆປີ ຈົນເກີດຄວາມເປັນຫ່ວງວ່າຂີ້ເຫຍື້ອເລົ່ານີ້ກຳລັງກໍ່ມົນລະພິດ ໂດຍສະເພາະຂີ້ເຫຍື້ອທີ່ມີສ່ວນປະກອບເດີມທີມາຈາກນ້ຳມັນ ຫຼື ຊາກດຶກດຳບັນ ( Petroleum Derived Products )

ເຊິ່ງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ເຖິງວ່າຈະມີຄວາມພະຍາຍາມແກ້ບັນຫາໂດຍການຣີໄຊເຄີ້ນພາສຕິກ ແຕ່ນັກວິທະຍາສາດກໍ່ບໍ່ເພີກເສີຍທີ່ຈະຫາຫົນທາງທີ່ດີກວ່ານີ້

ລ່າສຸດ ນັກວິທະຍາສາດຈາກມາຫາວິທະຍາໄລພອດສ໌ມັດ ໃນອັງກິດ ແລະ ນັກວິທະຍາສາດຈາກຫ້ອງປະຕິບັດການພະລັງງານໝຸນວຽນແຫ່ງກະຊວງພະລັງງານສະຫະຣັດອາເມຣິກາ ເຜີຍພົບວິທີການຈັດການກັບພາສຕິກດ້ວຍການໃຊ້ເອນໄຊ ຄືສານອິນຊີປະເພດໂປຼຕີນທີ່ມີຢູ່ໃນພືດ ແລະ ສັດຊ່ວຍເລັ່ງປະຕິິກິລິຍາເຄມີໃນການຍ່ອຍອາຫານ ແລະ ການເຜົາຜານ

ທີມວິໄຈອະທິບາຍວ່າຫຼັງຈາກການໃຊ້ລັງສີເອັກສ໌ທີ່ມີພະລັງມະຫາສານເຖິງ 10,000 ລ້ານເທົ່າ ກັບເອນໄຊໄອດີໂອເນວລາ ຊາກາອິເອນຊິສ (Ideonella Sakaiensis) ເຊິ່ງເປັນແບັດທີເລຍຈາກທຳມະຊາດທີ່ຄົນພົບໃນຍີ່ປຸ່ນເມື່ອບໍ່ຈັກປີກ່ອນໂດຍສ້າງແບບຈຳຮອງ 3 ມິຕິຄວາມລະອຽດສູງຂອງ ນັກວິທະຍາສາດພົບວ່າເອນໄຊເກີດການກາຍພັນ ແລະ ສາມາດກັດກິນລວມເຖິງຍ່ອຍພາສຕິກຊະນິດພໍລິເອທີລີນ ເທເຣັບທາເລດ (Polyethylene Terephthalate) ຫຼືເອີ້ນວ່າ ເພັດ (PET) ໄດ້ເຊິ່ງເປັນສານທີ່ໃຊ້ກັນຢ່າງແຜ່ຫຼາຍໃນການເຮັດຂວດພາສຕິກ

ການຄົ້ນພົບໂດຍບັງເອີນເທື່ອນີ້ ເຮັດໃຫ້ນັກວິທະຍາສາດເຊື່ອວ່າວິທີໃຊ້ເອນໄຊກິນພາສຕິກຈະເປັນການແກ້ບັນຫາມົນລະພິດກ່ຽວກັບພາສຕິກທີ່ກຳລັງຂະຫຍາຍໂຕເພີ່ມຂື້ນຢ່າງໄດ້ຜົນ ໂດຍກຳລັງພັດທະນາເອນໄຊຢ່າງຕໍ່ເນື່ອງເພື່ອນຳປັບໃຊ້ກັບອຸດສາຫະກຳຜະລິດພາສຕິກຕໍ່ໄປ

Powered by Blogger.