ເລະ! ນັກຂ່າວສາວເຈິຂີ້ຕົມສາດໃສ່ເຕັມໜ້າ ຫຼັງນັກບິດອອກໂຕສຸດແຮງ

ເພຈເຟສບຸ໊ກ China Xinhua News ເຜີຍແຜ່ຄລິບເຫດການບໍ່ຄາດຄິດທີ່ເກີດກັບນັກຂ່າວສາວງາມຄົນໜຶ່ງເຊິ່ງລົງສະໜາມເກາະຕິດການແຂ່ງຂັນລົດຈັກວິບາກໃນປະເທດໂປແລນໃນບໍ່ດົນມານີ້


ພາບຈາກຄລິບວີດີໂອເຜີຍໃຫ້ເຫັນນັກຂ່າວສາວສຳພາດຜູ້ເຂົ້າແຂ່ງຂັນວ່າ ຮູ້ສຶກແນວໃດກັບການແຂ່ງຂັນກ່ອນອີກຝ່າຍຈະຕອບສັ້ນໆວ່າ ສຸດຍອດ ແຕ່ຂ້ອຍຕ້ອງໄປລະເດີ້


ຫຼັງຈາກນັ້ນຜູ້ແຂ່ງຂັນກໍ່ບິດຄັນເລັ່ງອອກໂຕໄປຢ່າງແຮງ ໂດຍບໍ່ຮູ້ແລີຍວ່າໄດ້ຝາກຂອງແຖມເປັນລະເບີດຂີ້ຕົມລູກໃຫຍ່ ສາດໃສ່ໜ້າແລະໝົດໂຕຂອງສາວນັກຂ່າວຄົນນັ້ນຈົນໝຸ່ນກັບທີ່ເລີຍ





Powered by Blogger.