ທຳລາຍ 63 ຊ່ອງຄ້າໂສເພນີໃນເຍຍລະມັນ "ແມ່ເລົ້າຄົນໄທ" ບັງຄັບຄົນຂາຍໂຕ


ຕຳຫຼວດເຍຍລະມັນ 1500 ຄົນບຸກກວາດລ້າງແກ້ງຄ້າມະນຸດ ແລະ ຄ້າໂສເພນີຫຸບສາວໄທພ້ອມໝູ່ລວມ 7 ຄົນ ພ້ອມຜູ້ຕ້ອງສົງໄສອີກ 56 ຄົນ ຖືກບັງຄັບຂາຍໂຕ



18 ເມສາ 2018 ທີ່ຜ່ານມາ ສື່ຕ່າງປະເທດລາຍງານວ່າ ຕຳຫຼວດເຍຍລະມັນກວ່າ 1500 ຄົນ ບຸກຈັບແຫຼ່ງຄ້າມະນຸດ ແລະ ໂສເພນີ 63 ແຫ່ງໃນ 12 ຣັດ ຖືວ່າເປັນການປະຕິບັດການກວາດລ້າງທີ່ໃຊ້ກຳລັງພົນຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ໂດຍສາມາດຈັບກຸມຜູ້ຕ້ອງສົງໄສ 7 ຄົນລວມເຖີງສາວໄທອາຍຸ 59 ປີ ຊາວເຍຍລະມັນ 62 ປີ ແລະ ຜູ້ຕ້ອງສົງໄສອີກ 56 ຄົນ

ເຫຍື່ອນັບຮ້ອຍຄົນຖືກລັກລອບພາເຂົ້າປະເທດ ສ່ວນຫຼາຍແມ່ນເພດຍິງ ແລະ ບຸກຄົນຂ້າມເພດຈາກປະເທດໄທ ດ້ວຍການໃຊ້ວີຊ້ານັກທ່ອງທ່ຽວປອມ ແລະ ຕ້ອງໄປເຮັດວຽກຊ່ອງ 3 ໃນເມືງຊີເກນ ແລະ ຈະຕ້ອງສົ່ງເງິນຄ່າຈ້າງທັງໝົດໃຫ້ຜູ້ປະກອບການຄ້າ ໂດຍລະບຸວ່າເປັນການຈ່າຍຄ່າທຳນຽມເຂົ້າປະເທດ ລະຫວ່າງ 16.000 - 36.000 ຢູໂຣ ຫຼືປະມານ 210,600,000 - 468,000,000 ກີບ ເຊິ່ງຄາດວ່າການກໍ່ອາຊະຍາກຳປະເພດນີ້ມີລາຍໄດ້ຫຼາຍກວ່າ 1 ລ້ານຢູໂຣ ຫຼື ປະມານ 9,781,910,000 ກີບ

ທ່ານໂຮດ ຊີໂຮຟອດ ຣັດຖະມົນຕຣີກະຊວງມະຫາດໄທເຍຍລະມັນກ່າວວ່າ ຜູ້ຍິງແລະຜູ້ຊາຍຫຼາຍໆຮ້ອຍຄົນຕ້ອງເຈິກັບຄວາມໄຮ້ມະນຸດຊະທຳຂອງຜູ້ລັກລອຍຄ້າມະນຸດມາດົນຫຼາຍປີແລ້ວແລະຂ້າມພົມແດນ ພຶດຕິກຳນີ້ໄຮ້ຢາງອາຍແລະຫາຜົນປະໂຫຍດທາງເພດທີ່ໜ້າລັງກຽດຈະຕ້ອງຈົບລົງພາຍໃນໄວໆນີ້
Powered by Blogger.