ຕາຮັກບໍ່? ຫໍຄອຍ “ປາປັກກະເປົ້າ” ໜ້າຕາໂດດເດັ່ນ ເບິ່ງແປກຕາດີ
ສຳນັກງານຂ່າວປະເທດຈີນລາຍງານວ່າ
ສັງຄົມອອນໄລນ໌ກຳລັງໃຫ້ຄວາມສົນໃຈສິ່ງປູກສ້າງຮູບຮ່າງແປກຕາທີ່ຕັ້ງຢູ່ແຄມນ້ຳແຍງຊີ ເປັນປະຕິມະກຳອານຸສາວະລີໂດດເດັ່ນສະດຸດຕາ
“ປາປັກກະເປົ້າ” ນ້ຳໜັກກວ່າ 2,100 ໂຕ້ນ ຖືກນຳມາຕັ້ງໄວ້ເປັນແລນມາກແຫ່ງໃໝ່ຂອງເມືອງ
ອານຸສາວະລີແຫ່ງນີ້
ຕັ້ງຢູ່ແຄມນ້ຳແຍງຊີ ເມືອງຈັ່ນຈຽງ ມົນທົນ ຈຽງຊູ ສ້າງໂດຍຄະນະວິສະວະກຳອອກແບບ
ມະຫະວິທະຍາໄລຈົງຈື ເພື່ອບົ່ງບອກເຖິງລະບົບນິເວດຂອງທ້ອງຖິ່ນທີ່ອຸດົມໄປດ້ວຍປາປັກກະເປົ້າ
ໂດຍສະເພາະປາປັກກະເປົ້າແຂ້ວສີ່ເຫຼັ້ມ ທີ່ເຄີຍມີຢູ່ຊຸກຊຸມໃນພື້ນທີ່ແມ່ນ້ຳແຍງຊີບໍລິເວນນີ້
ແຕ່ເລີ່ມລົດຈຳນວນລົງເລື້ອຍໆ